ລັດເຊຍ ຕິດຕໍ່ກັບ ອິດສະຣາແອັນ ແລະ ອີຣານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຕາເວັນອອກກາງ

(VOVWORLD) - ການນຳ ລັດເຊຍ ໄດ້ຍົກອອກທິດທາງພື້ນຖານ ສະໜັບສະໜູນເລື່ອງເພີ່ມທະວີບັນດາຄວາມມານະພະຍາຍາມດ້ານການເມືອງ ແລະ ການທູດ ເພື່ອຮັບປະກັນຄວາມສະຖຽນລະພາບ
ລັດເຊຍ ຕິດຕໍ່ກັບ ອິດສະຣາແອັນ ແລະ ອີຣານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຕາເວັນອອກກາງ - ảnh 1ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ
(ພາບ: Sputnik/Mikhail Metzel/REUTERS)

ວັນທີ 16 ມັງກອນ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ມີການໂອ້ລົມທາງໂທລະສັບສະເພາະກັບທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ ແລະ ທ່ານ Masoud Pezeshkian, ປະທານາທິບໍດິ ອີຣານ.

ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ Benjamin Netanyahu, ການນຳ ລັດເຊຍ ໄດ້ຍົກອອກທິດທາງພື້ນຖານ ສະໜັບສະໜູນເລື່ອງເພີ່ມທະວີບັນດາຄວາມມານະພະຍາຍາມດ້ານການເມືອງ ແລະ ການທູດ ເພື່ອຮັບປະກັນຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ; ພ້ອມກັນນັ້ນ ກໍ່ຢືນຢັນວ່າ ມົດສະກູ ພ້ອມແລ້ວທີ່ຈະເປັນກາງໄກເກ່ຍ ແລະ ຊຸກຍູ້ການໂອ້ລົມເຈລະຈາ ທີ່ມີລັກສະນະສ້າງສັນກັບທຸກປະເທດທີ່ກ່ຽວຂ້ອງ. ໃນວັນດຽວກັນ, ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ ຈະແຈ້ງໝາກຜົນການໂອ້ລົມທາງໂທລະສັບລະຫວ່າງປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ອີຣານ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ