ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ “ຊາວ​ໜຸ່ມ​ກັບ​ສີ​ສັນ​ວັດ​ທະ​ນະ​ທໍ​າ ອາ​ຊຽນ”

(VOVWORLD) -   ລາຍການເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາປະເທດ ອາຊຽນ, ພ້ອມທັງແນະນຳກ່ຽວກັບຮູບພາບ, ປະເທດຊາດ ແລະ ຊາວ ຫວຽດນາມ ເຖິງບັນດາເພື່ອນໜຸ່ມ ອາຊຽນ ແລະ ສາກົນ. 
ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ “ຊາວ​ໜຸ່ມ​ກັບ​ສີ​ສັນ​ວັດ​ທະ​ນະ​ທໍ​າ ອາ​ຊຽນ” - ảnh 1ລາຍການສະແດງສິລະປະບັນປະເທດ ອາຊຽນ (ພາບ:TTXVN)

ຕອນຄ່ຳວັນທີ 20 ຕຸລາ, ຢູ່ເຂດທ່ອງທ່ຽວຊີວະພາບ ທຸງຍາມ, ເມືອງ ຮວາລື, ແຂວງ ນິງບິ່ງ ຫວຽດນາມ, ຄະນະຊາວໜຸ່ມ ຄອມມູນິດ ໂຮ່ຈີມິນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ,  ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ນິງບິ່ງ ຈັດງານພົບປະແລກປ່ຽນວັດທະນະທຳສິລະປະ “ຊາວໜຸ່ມ ກັບສີສັນວັດທະນະທຳ ອາຊຽນ”.

        ລາຍການເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາປະເທດ ອາຊຽນ, ພ້ອມທັງແນະນຳກ່ຽວກັບຮູບພາບ, ປະເທດຊາດ ແລະ ຊາວ ຫວຽດນາມ ເຖິງບັນດາເພື່ອນໜຸ່ມ ອາຊຽນ ແລະ ສາກົນ, ປະກອບສ່ວນສຶກສາມູນເຊື້ອຮັກສາ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ສະຕິຄວາມຮັບຜິດຊອບກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳແຫ່ງຊາດຂອງລຸ້ນໜຸ່ມ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ