(vovworld) – ວັນທີ 23/7, ຢູ່ຫ້ອງການສື່ມວນຊົນລັດຖະບານ ຈີນ ໄດ້ຈັດການປະຊຸມຂ່າວແນະນຳກ່ຽວກັບສະພາບການຮ່ວມມື ເສດຖະກິດ - ການຄ້າ ຈີນ - ອາຊຽນ ພາຍຫຼັງ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ສະພາບກະກຽມໃຫ້ແກ່ງານຕະຫຼາດນັດ ຈີນ - ອາຊຽນ ຄັ້ງທີ 10. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານຮອງລັດຖະມົນຕີກະຊວງການຄ້າ ຈີນ ກາວແຢ໋ນ ໃຫ້ຮູ້ວ່າ: 10 ປີຜ່ານມາ, ການຮ່ວມມື ເສດຖະກິດ - ການຄ້າ ລະຫວ່າງ 2 ຝ່າຍບັນລຸໄດ້ບັນດາພົນງານທີ່ພົ້ນເດັ່ນ. ວົງເງິນການຄ້າ 2 ຝ່າຍເພີ່ມຂຶ້ນພໍສົມຄວນ, ຈາກເກືອບ 55 ຕື້ USD ໃນປີ 2002 ຂຶ້ນເຖິງ 400 ຕື້ USD ໃນປີ 2012, ການເຕີບໂຕສະເລ່ຍແຕ່ລະປີບັນລຸ 22%. ການຮ່ວມມືລົງທຶນ 2 ຝ່າຍກໍ່ບັນລຸປະສິດທິຜົນສູງ. ໃນ 10 ຜ່ານມາ, ການລົງທຶນລະຫວ່າງ ຈີນ - ອາຊຽນ ໄດ້ລື່ນກາຍລະດັບ 70 ຕື້ USD. ຂອບຂະໜາດການທ່ອງທ່ຽວ 2 ຝ່າຍກໍ່ໄດ້ຮັບການເປີດກ້ວາງ. ປີ 2012, ຈຳນວນແຂກທ່ອງທ່ຽວ ຈີນ ໄປ ອາຊຽນ ແມ່ນ 73,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 2,6 ເທື່ອເມື່ອທຽບໃສ່ 10 ປີກ່ອນ, ນີ້ແມ່ນແຫຼ່ງນັກທ່ອງທ່ຽວຫຼາຍອັນດັບ 2 ຂອງ ອາຊຽນ, ຖັດຈາກເອີລົບ.