ວິທະຍຸກະຈາຍສຽງຫວຽດນາມຕັ້ງໜ້າເຂົ້າຮ່ວມກົນໄກການຮ່ວມມືດ້ານສື່ມວນຊົນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

(VOVWORLD) -  ວິທະຍຸກະຈາຍສຽງຫວຽດນາມ ແມ່ນສຽງເວົ້າທີ່ມີຄວາມເຊື່ອຖື ແລະ ໄດ້ຮັບການນັບຖື, ຊຸກຍູ້ການຮ່ວມມື, ມີຄວາມເຂົ້າອົກເຂົ້າໃຈ ແລະ ເປັນມິດຕະພາບ ລະຫວ່າງ ບັນດາປະເທດຕ່າງໆ, ໃນນັ້ນ ກໍ່ມີພາກພື້ນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ວິທະຍຸກະຈາຍສຽງຫວຽດນາມຕັ້ງໜ້າເຂົ້າຮ່ວມກົນໄກການຮ່ວມມືດ້ານສື່ມວນຊົນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ - ảnh 1ທ່ານ ໂງມິງຫ້ຽນ, ຮອງອຳນວຍການໃຫຍ່ ວິທະຍຸ ກະຈາຍສຽງຫວຽດນາມ  ກ່າວປາໄສທີ່ພີທີໄຂກອງປະຊຸມທາງອອນໄລ (ພາບ: VOV)

ດ້ວຍຫົວຂໍ້ “ສື່ມວນຊົນອັດສະລິຍະ-ສະມັກຄີເພື່ອອະນາຄົດ” ກອງປະຊຸມຮ່ວມສື່ມວນຊົນບັນດາປະເທດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ 2025 ໄຂຂຶ້ນໃນວັນທີ 20 ພະຈິກ ທີ່ ໜານໜິງ (ສປ ຈີນ). ມີຜູ້ແທນເຂົ້າຮ່ວມກອງປະຊຸມ 200 ກວ່າຄົນ, ຕາງໜ້າໃຫ້ບັນດາ ອົງການສື່ມວນຊົນ ແມ່ນ້ໍາລ້ານຊ້າງ-ແມ່ນ້ໍາຂອງ ກ່າວປາໄສທີ່ພິທີໄຂກອງປະຊຸມທາງອອນໄລ, ທ່ານ ໂງມິງຫ້ຽນ, ຮອງອຳນວຍການໃຫຍ່ ວິທະຍຸ ກະຈາຍສຽງຫວຽດນາມ ໄດ້ເນັ້ນໜັກວ່າ: ວິທະຍຸກະຈາຍສຽງຫວຽດນາມ ແມ່ນສຽງເວົ້າທີ່ມີຄວາມເຊື່ອຖື ແລະ ໄດ້ຮັບການນັບຖື, ຊຸກຍູ້ການຮ່ວມມື, ມີຄວາມເຂົ້າອົກເຂົ້າໃຈ ແລະ ເປັນມິດຕະພາບ ລະຫວ່າງ ບັນດາປະເທດຕ່າງໆ, ໃນນັ້ນ ກໍ່ມີພາກພື້ນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

  "ຢູ່ວິທະຍຸກະຈາຍສຽງຫວຽດນາມ, ພວກຂ້າພະເຈົ້າເຊື່ອວ່າ “ສື່ມວນຊົນອັນສະລິຍະ” ບໍ່ພຽງແຕ່ແມ່ນຄວາມກ້າວໜ້າທາງດ້ານເຕັກໂນໂລຊີເທົ່ານັ້ນ ແຕ່ຍັງແມ່ນການແບ່ງປັນດ້ານພູມປັນຍາ, ຄວາມເຊື່ອໝັ້ນ ແລະ ຄຸນຄ່າອີກດ້ວຍ. Al ອາດຊ່ວຍໃຫ້ພວກເຮົາຜະລິດເນື້ອຫາໄດ້ໄວກວ່າ, ແຕ່ພູມປັນຍາຂອງມະນຸດເອງນັ້ນຈຶ່ງຈະຮັບປະ ກັນຂໍ້ມູນຂ່າວສານໄດ້ແທ້ຈິງ, ມີຄຸນສົມບັດ ແລະ ມີແຮງບັນດານໃຈ. ກ່ຽວກັບບັນຫານີ້, ຂ້າພະເຈົ້າຂໍແບ່ງປັນສາມແນວຄິດສັັ້ນໆຄື: ທີ່ 1 ແມ່ນ, ສື່ມວນຊົນອັດສະລິຍະຄວນຮັບໃຊ້ໃຫ້ການເຊື່ອມຕໍ່ລະຫວ່າງ ມະນຸດກັບມະນຸດ. ທີ່ 2 ແມ່ນ ການຮ່ວມມືໃນປະຊາຄົມສື່ມວນຊົນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຕ້ອງໄດ້ສຸມໃສ່ນະວັດຕະກຳລວມ; ພ້ອມກັນພັດທະນາບັນດາພື້ນຖານ AI ເພື່ອແລກປ່ຽນຂໍ້ມູນຂ່າວສານໄດ້ດ້ວຍຫຼາຍພາສາ. ພ້ອມກັນຜະລິດບັນດາລາຍການຕ່າງໆ. ທີ 3 ແມ່ນ ພວກເຮົາຄວນພ້ອມກັນສ້າງ ພື້ນທີ່ຂໍ້ມູນຂ່າວສານທີ່ມີຄວາມຮັບຜິດຊອບ ແລະ ເປັນໜ້າເຊື່ອຖືທີ່ສຸດ."

 

ຕອບກັບ

ຂ່າວ/ບົດ​ອື່ນ