ສົນທິສັນຍາວ່າດ້ວຍທະເລ ມີຜົນບັງຄັບໃຊ້ ເປີດໂອກາດ ແລະ ເຂດຮ່ວມມືຢ່າງໃຫຍ່ຫຼວງໃຫ້ແກ່ ຫວຽດນາມ

(VOVWORLD) - ຫວຽດນາມ ໄດ້ລົງນາມສັນຍານັບແຕ່ມື້ທຳອິດທີ່ເປີດເຊັນ.
ສົນທິສັນຍາວ່າດ້ວຍທະເລ ມີຜົນບັງຄັບໃຊ້ ເປີດໂອກາດ ແລະ ເຂດຮ່ວມມືຢ່າງໃຫຍ່ຫຼວງໃຫ້ແກ່ ຫວຽດນາມ - ảnh 1ທ່ານ ຫງວຽນມິນຫວູ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

ສັນຍາປະຕິບັດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງຢູ່ເຂດທະເລທີ່ຢູ່ນອກສິດພິພາກສາແຫ່ງຊາດ (ສົນທິສັນຍາວ່າດ້ວຍທະເລ) ມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 17 ມັງກອນ. ຕາມທ່ານ ຫງວຽນມິນຫວູ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ປະທານກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລຄັ້ງທີ 35, ຫວຽດນາມ ໄດ້ລົງນາມສັນຍານັບແຕ່ມື້ທຳອິດທີ່ເປີດເຊັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນທະເລແບບຍືນຍົງ. ສັນຍາມີຜົນບັງຄັບໃຊ້ໄດ້ເປີດໂອກາດ ແລະ ເຂດຮ່ວມມືຢ່າງໃຫຍ່ຫຼວງແບບທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ ຫວຽດນາມ ໃນການອະນຸລັກຮັກສາຊີວະນາໆພັນທະເລ ແລະ ພັດທະນາເສດຖະກິດທະເລແບບຍືນຍົງ.

ດ້ວຍຖານະແມ່ນສະມາຊິກຂອງສັນຍາ, ຫວຽດນາມ ຈະປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນການຜັນຂະຫຍາຍສັນຍາສຳລັບການເຂົ້າຮ່ວມບັນດາກົນໄກທີ່ກ່ຽວຂ້ອງຢ່າງເລິກເຊິ່ງກວ່າ. ພ້ອມກັນນັ້ນ, ຫວຽດນາມ ກໍຈະສ່ອງແສງສຽງເວົ້າ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດທີ່ມີກຳລັງທີ່ຈຳກັດ, ກໍຄືບັນດາປະເທດຖືກຜົນສະທ້ອນຢ່າງໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດ, ຮັບປະໃຫ້ສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ