ສື່ມວນຊົນສາກົນລົງຂ່າວເປັນຈຳນວນຫຼາຍກ່ຽວກັບ “ວັນບຸນແຫ່ງຊາດ” ຂອງ ຫວຽດນາມ
(VOVWORLD) - ວັນທີ 15 ມີນາ, ສື່ມວນຊົນສາກົນ ໄດ້ພ້ອມກັນໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ເຫດການການເມືອງສຳຄັນຂອງ ຫວຽດນາມ.
ຈຸດເວລາຜູ້ມີສິດເລືອກຕັ້ງປ່ອນບັດໃສ່ຫີບ - ການກະທຳສະແດງສິດເປັນເຈົ້າຂອງຂອງປະຊາຊົນ |
ເວັບໄຊຂອງສະຖານີໂທລະພາບສູນກາງ ຈີນ (CTTV) ໄດ້ຖະແຫຼງວ່າ ວັນທີ 15 ມີນາ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຫວຽດນາມ ໄດ້ເຂົ້າຮ່ວມການປ່ອນບັດສະມາຊິກສະພາແຫ່ງຊາດຊຸດທີ XVI. ສຳນັກຂ່າວສານ Prensa Latina ຂອງ ກູບາ ໄດ້ເນັ້ນໜັກເຖິງບັນດາຈຸດໃໝ່ໃນການເລືອກຕັ້ງຄັ້ງນີ້, ໃນນັ້ນ ມີເລື່ອງຈັດການປ່ອນບັດກ່ອນກຳນົດເວລາ, ການເລືອກຕັ້ງຄັ້ງທຳອິດທີ່ຈັດຕາມຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ປ່ຽນແປງໃໝ່ແບບວິທີການຂົນຂວາຍເລືອກຕັ້ງດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ, ພ້ອມທັງເພີ່ມທະວີການໝູນໃຊ້ເຕັກໂນລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນໃນການຄຸ້ມຄອງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ກໍຄື ຈັດຕັ້ງການເລືອກຕັ້ງ.
ວິທະຍຸ Sputnik (ຂອງ ລັດເຊຍ) ໃຫ້ຮູ້ວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຂອງ ຫວຽດນາມ ມີຄວາມໝາຍສຳຄັນໃນການບູລະນະກົງຈັກອຳນາດການປົກຄອງໃໝ່ ແລະ ຊຸກຍູ້ການປະຕິຮູບການຈັດຕັ້ງ, ກໍຄືໝູນໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວເລືອກຕັ້ງ, ຜ່ານນັ້ນ ປະກອບສ່ວນປັບປຸງລະບົບການເມືອງ ແລະ ພັດທະນາປະເທດຊາດ.
ນອກຈາກນັ້ນແລ້ວ, ບັນດາສຳນັກຂ່າວສານສາກົນ ເຊັ່ນ: Reuters (ອັງກິດ), AFP (ຝລັ່ງ),… ກໍໄດ້ໃຫ້ຂ່າວກ່ຽວກັບວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນຂອງ ຫວຽດນາມ ເຊັ່ນດຽວກັນ.