ສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

(VOVWORLD) - ໂທລະເລກຂອງບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ ໄດ້ຕີລາຄາສູງປີ 2025 ແມ່ນປີບັນລຸຜົນສຳເລັດ ແລະ ມີຄວາມໝາຍຢ່າງໃຫຍ່ຫຼວງຂອງການພົວພັນ ຫວຽດນາມ - ຈີນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2026), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ເລືອງເກື່ອງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ແລກປ່ຽນໂທລະເລກຊົມເຊີຍກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສປ ຈີນ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ແລກປ່ຽນໂທລະເລກອວຍພອນກັບ ທ່ານ ຫຼີສຽງ, ນາຍົກລັດຖະມົນຕີ ຈີນ; ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ແລກປ່ຽນໂທລະເລກກັບ ທ່ານ ຈາວເລືອຈີ, ກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.

ໂທລະເລກຂອງບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ ໄດ້ຕີລາຄາສູງປີ 2025 ແມ່ນປີບັນລຸຜົນສຳເລັດ ແລະ ມີຄວາມໝາຍຢ່າງໃຫຍ່ຫຼວງຂອງການພົວພັນ ຫວຽດນາມ - ຈີນ, ສ້າງຂີດໝາຍບັນດາບາດກ້າວໃໝ່ບົນເສັ້ນທາງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານທູດລະຫວ່າງ 2 ປະເທດ. ບັນດາການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງບັນດາການນຳຫຼັກແຫຼ່ງຂອງ 2 ພັກ, 2 ລັດ…. ໄດ້ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່. ພ້ອມກັນນັ້ນ, ບັນດາການນຳ ຫວຽດນາມ ກໍ່ຢືນຢັນວ່າ 2 ຝ່າຍມີຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ກ່ຽວກັບອະນາຄົດຂອງການພັດທະນາຢ່າງດີງາມ, ມີປະສິດທິຜົນກວ່າໃນທຸກດ້ານຂອງການພົວພັນ 2 ພັກ, 2 ລັດ.

ບັນດາການນຳຫຼັກແຫຼ່ງ ຈີນ ຢືນຢັນການຖືເປັນສຳຄັນການພົວພັນລະຫວ່າງ 2 ພັກ, 2 ລັດ; ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນ ຈີນ - ຫວຽດນາມ ໃຫ້ບັນລຸໄດ້ບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ, ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ