ການທູດເສດຖະກິດຫັນປ່ຽນຕົນຢ່າງແຮງເພື່ອການພັດທະນາຢ່າງເຂັ້ມແຂງແຮງກ້າຂອງຊາດ

(VOVWORLD) - ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ໄດ້ເນັ້ນໜັກວ່າ “ຍູ້ແຮງການທູດຢ່າງຮອບດ້ານ ເພື່ອຮັບໃຊ້ການພັດທະນາ, ດ້ວຍຈຸດສຸມແມ່ນການທູດເສດຖະກິດ, ການທູດເຕັກໂນໂລຊີ”.
ການທູດເສດຖະກິດຫັນປ່ຽນຕົນຢ່າງແຮງເພື່ອການພັດທະນາຢ່າງເຂັ້ມແຂງແຮງກ້າຂອງຊາດ - ảnh 1ທ່ານ ຟ້າມມິນຈິງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫວຽດນາມ
(ພາບ: VGP)

“ການທູດເສດຖະກິດຫັນປ່ຽນຕົນຢ່າງແຮງເພື່ອການພັດທະນາຢ່າງເຂັ້ມແຂງແຮງກ້າຂອງຊາດ” ແມ່ນບົດຂຽນຂອງ ທ່ານ ຟ້າມມິນຈິງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫວຽດນາມ ກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ. ບົດຂຽນໄດ້ເອົາລົງໃນພາຫະນະສື່ມວນຊົນໃນວັນທີ 18 ມັງກອນ.

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ໄດ້ເນັ້ນໜັກວ່າ “ຍູ້ແຮງການທູດຢ່າງຮອບດ້ານ ເພື່ອຮັບໃຊ້ການພັດທະນາ, ດ້ວຍຈຸດສຸມແມ່ນການທູດເສດຖະກິດ, ການທູດເຕັກໂນໂລຊີ”. ໃນນັ້ນ, ປ່ຽນແປງໃໝ່ວຽກງານການທູດເສດຖະກິດບໍ່ແມ່ນການເລືອກເຟັ້ນອີກ, ຫາກໄດ້ກາຍເປັນຄວາມຮຽກຮ້ອງຢ່າງພາວະວິໄສຂອງສະພາບການຕົວຈິງ, ແມ່ນຄຳຮຽກຮ້ອງຢ່າງຮີບດ່ວນ, ແມ່ນການເລືອກເຟັ້ນຍຸດທະສາດ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າເພື່ອປະກອບສ່ວນປະຕິບັດຄວາມຄາດຫວັງພັດທະນາຢ່າງເຂັ້ມແຂງແຮງກ້າ, ວັດທະນາຖາວອນຂອງຊາດໃຫ້ປະກົດຜົນເປັນຈິງ.

ຕາມນັ້ນແລ້ວ, ການທູດເສດຖະກິດໃນໄລຍະຜ່ານມາຢືນຢູ່ຕໍ່ໜ້າພາລະໜ້າທີ່ໃຫຍ່ 3 ຢ່າງ: ທີໜຶ່ງແມ່ນ, ປະກອບສ່ວນສ້າງເຂດພັດທະນາຍຸດທະສາດ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາຢ່າງຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ. ທີສອງແມ່ນ, ເສີມຂະຫຍາຍບົດບາດເປັນກຳລັງໜູນສຳຄັນ ປະກອບສ່ວນດຶງດູດແຫຼ່ງກຳລັງ, ແກ້ໄຂຈຸດອຸດຕັນ ແລະ ແກ້ໄຂບັນດາບັນຫາໃຫຍ່ ເພື່ອສ້າງບາດກ້າວບຸກທະລຸກ່ຽວກັບການເຕີບໂຕ ແລະ ການພັດທະນາຂອງປະເທດຊາດ. ທີສາມແມ່ນ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັນນັ້ນ ກໍ່ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

ແລະຍິ່ງກວ່າສິ່ງໃດໝົດ, ຂົງເຂດການທູດເສດຖະກິດດ້ວຍທິດນຳມອງກວ້າງເຫັນໄກ, ກ້າຄິດກ້າທຳ, ຖືເວລາ, ພູມປັນຍາ ແລະ ຄວາມຕັດສິນໃຈຖືກເວລາເປັນສຳຄັນ, ສືບຕໍ່ແມ່ນກຳລັງນຳໜ້າ, ຫຼັກແຫຼ່ງນຳມາເຊິ່ງກາລະໂອກາດໃໝ່, ກຳລັງໜູນໃໝ່, ແຫຼ່ງກຳລັງໃໝ່ຈາກພາຍນອກ ເພື່ອຮັບໃຊ້ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ, ຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ