ຄະນະຜູ້ແທນ ຢູແກຼນ ເດີນທາງໄປ ອາເມລິກາ ດຳເນີນການເຈລະນາຂໍ້ຕົກລົງຢຸດຕິການປະທະກັນກັບ ລັດເຊຍ

(VOVWORLD) - ວົງການເຈົ້າໜ້າທີ່ ຢູແກຼນ ໃຫ້ຮູ້ວ່າ ໂຄງການດຳເນີນງານຢູ່ ອາເມລິກາ ກໍ່ຈະສຸມໃສ່ບັນດາກົນໄກຮັບປະກັນຄວາມໝັ້ນຄົງ ແລະ ບ້ວງເງິນສ້າງຕັ້ງຄືນໃໝ່ພາຍຫຼັກການປະທະກັນ.
ຄະນະຜູ້ແທນ ຢູແກຼນ ເດີນທາງໄປ ອາເມລິກາ ດຳເນີນການເຈລະນາຂໍ້ຕົກລົງຢຸດຕິການປະທະກັນກັບ ລັດເຊຍ - ảnh 1(ພາບປະກອບ: REUTERS/Stringer)

ວັນທີ 17 ມັງກອນ, ບັນດານັກເຈລະຈາສັນຕິພາບຂອງ ຢູແກຼນ ໄດ້ເດີນທາງໄປ ອາເມລິກາ ເພື່ອປຶກສາຫາລືລາຍລະອຽດຂອງຂໍ້ຕົກລົງສະເໜີຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີກັບ ລັດເຊຍ. ຄາດວ່າ, ຄະນະຜູ້ແທນ ຢູແກຼນ ຈະພົບປະກັບບັນດາທູດພິເສດຂອງ ອາເມລິກາ ໂດຍແມ່ນທ່ານ Steve Witkoff ແລະ ທ່ານ Jared Kushner ພ້ອມກັບ ທ່ານ Daniel Driscoll ລັດຖະມົນຕີກະຊວງທະຫານບົກ ອາເມລິກາ.

ວົງການເຈົ້າໜ້າທີ່ ຢູແກຼນ ໃຫ້ຮູ້ວ່າ ໂຄງການດຳເນີນງານຢູ່ ອາເມລິກາ ກໍ່ຈະສຸມໃສ່ບັນດາກົນໄກຮັບປະກັນຄວາມໝັ້ນຄົງ ແລະ ບ້ວງເງິນສ້າງຕັ້ງຄືນໃໝ່ພາຍຫຼັກການປະທະກັນ. ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ສະແດງຄວາມຫວັງວ່າ ຈະໄດ້ລົງນາມໃນບັນດາຂອບເອກະສານກ່ຽວກັບ “ບ້ວງວັດທະນາຖາວອນ” ກັບ ອາເມລິກາ ຢູ່ນອກເວທີປາໄສເສດຖະກິດໂລກ ຢູ່ Davos ໃນອາທິດຈະມາເຖິງ, ເພື່ອແນໃສ່ມີຈຳນວນເງິນປະມານ 8 ຕື້ USD ລົງທຶນໃຫ້ແກ່ການສ້າງ ຢູແກຼນ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ