(VOVWORLD) - ດ້ວຍບັນດາການກຳນົດທິດທີ່ຖືກຕ້ອງຈາກກອງປະຊຸມໃຫຍ່ຄັ້ງທີ 14 ນີ້, ລຸ້ນໜຸ່ມຈະສາມາດປະກອບສ່ວນຢ່າງແທດຈິງ
(ອ້າຍ ຫງວຽນວັນເຈື່ອງ, ປະຈຸບັນແມ່ນນັກຄົ້ນຄວ້າປະລິນຍາເອກຂະແໜງກາຍຍະພາບບຳບັດຢູ່ ຝລັ່ງ) |
ກ່ອນຈັດກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ຖັນແຖວນັກປັນຍາຊົນ ຫວຽດນາມ ຢູ່ ຝລັ່ງ ແລະ ບັນດາປະເທດ ເອີລົບ ສະແດງຄວາມຫວັງຕໍ່ກອງປະຊຸມໃຫຍ່ ຈະມີບັນດາບາດລ້ຽວນຳຊາດກ້າວເຂົ້າສູ່ສັງກາດໃໝ່ຂອງພູມປັນຍາ ແລະ ການພັດທະນາແບບຍືນຍົງ.
ອ້າຍ ຫງວຽນວັນເຈື່ອງ, ປະຈຸບັນແມ່ນນັກຄົ້ນຄວ້າປະລິນຍາເອກຂະແໜງກາຍຍະພາບບຳບັດຢູ່ ຝລັ່ງ, ແບ່ງປັນວ່າ:
“ຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມໃຫຍ່ຈະຍົກອອກບັນດາການກຳນົດທິດຢ່າງແຮງກວ່າ ເພື່ອດຶງດູດ ແລະ ສ້າງເງື່ອນໄຂໃຫ້ຖັນແຖວນັກປັນຍາຊົນ ຫວຽດນາມ ຢູ່ທົ່ວໂລກ ມີໂອກາດປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບັນດາການກຳນົດທິດທີ່ຖືກຕ້ອງຈາກກອງປະຊຸມໃຫຍ່ຄັ້ງທີ 14 ນີ້, ລຸ້ນໜຸ່ມຈະສາມາດປະກອບສ່ວນຢ່າງແທດຈິງ ແລະ ຫຼາຍຢ່າງກວ່າໃຫ້ແກ່ການພັດທະນາຂອງປະເທດຊາດໃນໄລຍະປ່ຽນແປງໃໝ່”.
ສ່ວນທ່ານຮອງສາດສະດາຈານ, ປະລິນຍາເອກ ເຈິ່ນເລຮຸ່ງ, ຄູສອນມະຫາວິທະຍາໄລ Gustave Eiffel, ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າກໍ່ຕັ້ງຫວັງຕໍ່ບັນດານະໂຍບາຍກ່ຽວກັບການທູດ, ກ່ຽວກັບການພົວພັນຫຼາຍຝ່າຍ ຈະນຳ ຫວຽດນາມ ມີສຽງເວົ້າກວ່າບົນເວທີສາກົນ, ເຖິງວ່າ ປະຈຸບັນພວກເຮົາກໍ່ໄດ້ມີຜົນງານດ້ານການທູດຫຼາຍຢ່າງແລ້ວ”.