ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນແຂວງ

ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນແຂວງ - ảnh 1
ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ແຂວງວິ້ງ​ລອງ
ກອງ​ປ​ະ​ຊຸ​ມເຈ​ລະ​ຈາ​ຄັ້ງ​ທີ 3
(ພາບ: TTXVN)

(vovworld) - ວັນ​ທີ 13/04, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ບັນ​ດາ​ແຂວງ, ນະ​ຄອນ ໄດ້​ຈັດ​ຕັ້ງ​ກອງ​ປ​ະ​ຊຸ​ມເຈ​ລະ​ຈາ​ຄັ້ງ​ທີ 3 ເພື່ອ​ເປັນ​ເອ​ກະ​ພາບ ແລະ ສ້າງ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​​ປະ​ຊາ​ຊົນຂັ້​ນ​ແຂວງ ອາ​ຍຸ​ການ 2016 – 2021 ຢ່າງ​ເປັນ​ທາງ​ການ.

        ຢູ່​ແຂວງ ບິ່ງ​ເ​ຟືອກ, ສະ​ມາ​ຊິກ 100% ໄດ້​ເປັນ​ເອ​ກະ​ພາບ​ສ້າງ​ຕັ້ງ​ບັນ​ຊີ​ລາຍ​ຊື່ຜູ້ສະ​ໝັກ​ຮັບ​ເລືອກ​ຕັັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 8 ທ່ານ​ຢ່າງ​ເປັນ​ທາງ​ການ. ສຳ​ລັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້​ນ​ແຂວງ​ອາ​ຍຸການ 2016 – 2021, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ແຂວງ ບິ່ງ​ເຟືອກ ໄດ້​ເປັນ​ເອ​ກະ​ພາບ​ສ້າງ​ບັນ​ຊີ​ລາຍ​ຊື່ຜູ້​​ສະ​ໜັກ​ຮັບ​ເລືອກ​ຕັ້ງ 108 ​ທ່​ານ​ຢ່າງ​ເປັນ​ທາງ​ການ​, ໃນ​ນັ້ນ​ຮັບ​ປະ​ກັນ​ອັດ​ຕາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ແມ່​ຍິງ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ບໍ່​ແມ່ນ​ສະ​ມາ​ຊິກ​ພັກ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕ​າມ​ຂໍ້​ກຳ​ນົດ​.

        ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3 ຢູ່​ແຂວງ ຈ່າ​ວິງ ໄດ້​ເປັນ​ເອ​ກະ​ພາບ​ບັນ​ຊີ​ລາຍ​ຊື່​ 8 ​ທ່ານ, ເຊິ່ງ​ບັນ​ດາ​ອົງ​ການ, ອົງ​ການ​ຈ​ັດ​ຕັ້ງ, ຫົວ​ໜ່ວຍ​ທ້ອງ​ຖິ່ນ​​ສະ​ເໜີ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ບັນ​ຊີ​ລາຍ​ຊື່​ຜູ້ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງລວ​ມ​ມີ 83 ​ທ່ານ.

        ສ່ວນ​ຢູ່​ແຂວງ​ຕຽນ​ຢາງ ກໍ​ໄດ້​ຈັດ​ກອງ​ປ​ະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3 ຮັບ​ຮອງ​ເອົາ​ບັນ​ຊີ​ລາ​ຍ​ຊື່​ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ລວມ 11 ທ່ານ​ຢ່າງ​ເປັນ​ທາງ​ການ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້​ນ​ແຂວງລວມ​ມີ 108 ທ່ານ.

        ກອງ​ປ​ະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3 ຢູ່ບັນ​ດາ​ແຂວງ ບ່າ​ເຣີ້ຍ - ວູງ​ເຕົ່າ, ເລີມ​ດົ່ງ, ກຽນ​ຢາງ ກໍ​ດຳ​ເນີນ​​ຖືກຕາມ​ລະ​ບຽບ​ການໃນ​ວັນ​ທີ 13/04. ບັນ​ດາ​ທ້ອງ​ຖິ່ນ​ໄດ້​ເຫັນ​ດີ​ສ້າງ​ບັນ​ຊີ​ລາຍ​ຊື່ ຜູ້ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ອາ​ຍຸ​ການ 2016 – 2021 ຮັບ​ປະ​ກັນ​ຈຳ​ນວ​ນ ແລະ ອັດ​ຕາ​ຕາມ​ຂໍ້​ກຳ​ນົດ.

ຂ່າວ/ບົດ​ອື່ນ