ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

(VOVWORLD) -    ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”. 
ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ - ảnh 1ໜັງສືພິມ ປະຊາຊົນ ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ” (ພາບ: TTXVN)

ຕາມບົດຂຽນແລ້ວ, ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ການຮ່ວມມືສອງຝ່າຍ ລາວ - ຫວຽດນາມ ໄລຍະ 2021 – 2025 ບັນລຸໄດ້ຜົນງານສຳຄັນໃນຫຼາຍດ້ານ. ການພົວພັນດ້ານການເມືອງ - ການຕ່າງປະເທດລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ສ່ອງແສງລະດັບຄວາມໄວ້ວາງໃຈດ້ານການເມືອງສູງ ແລະ ຄວາມຕັດສິນໃຈລວມຂອງສອງພັກ, ສອງລັດໃນການຍົກລະດັບການພົວພັນແບບພິເສດ ລາວ - ຫວຽດນາມ, ຕອບສະໜອງຜົນປະໂຫຍດອັນແທດຈິງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

        ໜັງສືພິມ ປະຊາຊົນ ໃຫ້ຮູ້ວ່າ ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເປີດກວ້າງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນລາວ - ຫວຽດນາມ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ. ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຜູ້ຮັບເໝົາທີ່ສຳຄັນແຖວໜ້າຢູ່ ລາວ; ມູນຄ່າການຄ້າສອງຝ່າຍໃນປີ 2025 ບັນລຸເກືອບ 3 ຕື້ USD, ສ້າງພື້ນຖານເພື່ອໃຫ້ສອງປະເທດສູ້ຊົນບັນລຸເປົ້າໝາຍ 5 ຕື້ USD ດັ່ງທີ່ໄດ້ວາງອອກໂດຍໄວ. ໜັງສືພິມປະຊາຊົນກໍໃຫ້ຮູ້ວ່າ ໃນຂົງເຂດວັດທະນະທຳ - ສັງຄົມ, ສອງຝ່າຍກໍໄດ້ມີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ໃນຂົງເຂດການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສອງຝ່າຍສືບຕໍ່ໃຫ້ຄວາມເອົາໃຈໃສ່ເປັນພິເສດ, ເອົາໃຈໃສ່ເຖິງການຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການຮ່ວມມື./.

ຕອບກັບ

ຂ່າວ/ບົດ​ອື່ນ