(VOVWORLD) - ປີ 2026 ຈະກາຍເປັນປີທຳອິດໃຫ້ແກ່ການພັດທະນາກະໂດດຂັ້ນຂອງ ສ.ເກົາຫຼີ ໃນຂົງເຂດຄວາມໝັ້ນຄົງ ແລະ ການທູດ
ໂດຍບໍ່ຫົວຊາຕໍ່ທ່າທີຂອງ ສປປ.ເກົາຫຼີ, ສ.ເກົາຫຼີ ຍັງຢຶດໝັ້ນຕໍ່ນະໂຍບາຍໄກເກ່ຍປອງດອງລະຫວ່າງ 2 ຝ່າຍ ແລະ ສືບຕໍ່ມານະພະຍາຍາມເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ.
ໃນບົດຄຳຕອບທີ່ໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 07 ທັນວາ, ທີ່ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ, ທ່ານ Wi Sung lac, ຫົວໜ້າອົງການຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ, ເນັ້ນໜັກວ່າ ປີ 2026 ຈະກາຍເປັນປີທຳອິດໃຫ້ແກ່ການພັດທະນາກະໂດດຂັ້ນຂອງ ສ.ເກົາຫຼີ ໃນຂົງເຂດຄວາມໝັ້ນຄົງ ແລະ ການທູດ; ພ້ອມກັນນັ້ນ ຈະເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ແລະ ຊຸກຍູ້ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ ຢ່າງເປັນທາງການ.
ຕາມທ່ານ Wi Sung lac ແລ້ວ, ສ.ເກົາຫຼີ ຈະພ້ອມກັບ ສປປ.ເກົາຫຼີ ແລະ ອາເມລິກາ ແລກປ່ຽນບັນດາທັດສະນະມຸ່ງໄປເຖິງຄວາມເຂົ້າໃຈເຊິ່ງກັນແລະກັນ, ພ້ອມກັນນັ້ນ, ຈະຮັດແໜ້ນການຮ່ວມມືກັບບັນດາປະເທດໃກ້ຄຽງ ເພື່ອແກ້ໄຂບັນຫາແຫຼມເກົາຫຼີ.