ຫວຽດນາມຍາດໄດ້ 2 ຫຼຽນຄຳຢູ່ Asian Para Games 2014
(ພາບ: tinthethao.com.vn )
(vovworld)- ວັນທີ 19/10, ແມ່ນວັນແຂ່ງຂັນທຳອິດທີ່ງານມະຫາກຳກິລາຄົນ ພິການອາຊີປີ 2014 (Asian Para Games 2014). ຄະນະນັກກິລາພິການຫວຽດນາມ ທຳການແຂ່ງຂັນສຳເລັດເຜົນ ແລະ ຄ້ວາໄດ້ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງ, ຢືນອັນດັບທີ 7 ໃນຕາຕະລາງຈັດອັນດັບຫຼຽນໂດຍຊົ່ວຄາວ. ຫຼຽນຄຳທຳອິດແມ່ນຂອງນັກກິລາຍົກນ້ຳໜັກ ເລວັນກົງ ດ້ວຍລະດັບນ້ຳໜັກສູງສຸດແມ່ນ 181,5 ກີໂລກຼາມ. ດ້ວຍຜົນງານດັ່ງກ່າວ, ເລວັນກົງ ໄດ້ສ້າງສະຖິຕິໂລກໃໝ່ ໃນລະດັບ 49 ກີໂລກຼາມ ສຳລັບກິລາປະເພດຍົກນ້ຳໜັກເພດຊາຍຂອງຄົນພິການ. ຄາດໝາຍໂດຍ ຄະນະນັກກິລາພິການຫວຽດນາມ ວາງອອກໃນ Asian Para Games 2014 ແມ່ນຍາດໄດ້ແຕ່ 6-7 ຫຼຽນຄຳ./.