ຫວຽດນາມ ຢືນຢັນຂອບຂະໜາດກຳລັງຄວາມສາມາດຝຶກອົບຮົມການຮັກສາສັນຕິພາບສະຫະປະຊາຊາດ
(VOVWORLD) - ວັນທີ 11 ມີນາ, ຢູ່ສຳນັກງານສະຫະປະຊາຊາດ ທີ່ ນິວຢອກ, ທ່ານ Harinder Sood, ຫົວໜ້າອົງການຝຶກອົບຮົມລວມ, ຂຶ້ນກັບກົມເຄື່ອນໄຫວສັນຕິພາບຂອງສະຫະປະຊາຊາດ, ໄດ້ມອບໃບຢັ້ງຢືນໃຫ້ແກ່ຝ່າຍ ຫວຽດນາມ.
ຜູ້ແທນເຂົ້າຮ່ວມພິທີເປີດຊຸກຝຶກອົບຮົມ
(ພາບ: vnpkc.gov.vn)
|
ສະຫະປະຊາຊາດຫາກໍ່ຮັບຮອງເອົາຊຸດຝຶກອົບຮົມນາຍທະຫານເສນາທິການສະຫະປະຊາຊາດ (UNSOC) ໂດຍກົມຮັກສາສັນຕິພາບ ຫວຽດນາມ ຈັດຂຶ້ນເຊິ່ງບັນລຸມາດຕະຖານຝຶກອົບຮົມເບື້ອງຕົ້ນການຜັນຂະຫຍາຍຂອງສະຫະປະຊາຊາດ. ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ມີຊຸດຝືກອົບຮົມໃນຂົງເຂດຮັກສາສັນຕິພາບ ໂດຍສະຫະປະຊາຊາດຮັບຮອງເອົາບັນລຸມາດຕະຖານ, ສ້າງຂີດໝາຍພັດທະນາສຳຄັນກ່ຽວກັບກຳລັງຄວາມສາມາດຝຶກອົບຮົມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງກຳລັງຮັກສາສັນຕິພາບ ຫວຽດນາມ.
ວັນທີ 11 ມີນາ, ຢູ່ສຳນັກງານສະຫະປະຊາຊາດ ທີ່ ນິວຢອກ, ທ່ານ Harinder Sood, ຫົວໜ້າອົງການຝຶກອົບຮົມລວມ, ຂຶ້ນກັບກົມເຄື່ອນໄຫວສັນຕິພາບຂອງສະຫະປະຊາຊາດ, ໄດ້ມອບໃບຢັ້ງຢືນໃຫ້ແກ່ຝ່າຍ ຫວຽດນາມ.
ກ່ອນໜ້ານັ້ນ, ຊຸດຝຶກອົບຮົມ UNSOC ປີ 2026 ໄດ້ຈັດຂຶ້ນແຕ່ວັນທີ 03 – 30 ມັງກອນ 2026 ຢູ່ສຳນັກງານກົມຮັກສາສັນຕິພາບ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງນັກສຳມະນາກອນ 41 ຄົນທີ່ມາຈາກ ຫວຽດນາມ ແລະ ຫຼາຍປະເທດອື່ນອີກ. ເລື່ອງສະຫະປະຊາຊາດຮັບຮອງເອົາຊຸດຝຶກອົບຮົມ UNSOC ຂອງ ຫວຽດນາມ ແມ່ນຂີດໝາຍສ້າງບາດກ້າວພັດທະນາກ່ຽວກັບຄຸນນະພາບກຳລັງການຈັດການຝຶກອົບຮົມຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ ທີ່ໄດ້ຕອບສະໜອງບັນດາມາດຕະຖານຂອງສະຫະປະຊາຊາດຢ່າງຄົບຖ້ວນ.
ໃບຢັ້ງຢືນຝຶກອົບຮົມບັນລຸມາດຕະຖານຂອງສະຫະປະຊາຊາດ
ຕາມການສະຖິຕິຂອງສະຫະປະຊາຊາດ, ປະຈຸບັນໃນໂລກມີປະມານ 50 ປະເທດທີ່ຈັດຊຸດຝຶກອົບຮົມໄດ້ຮັບການຮັບຮອງບັນລຸມາດຕະຖານ, ໃນນັ້ນຢູ່ພາກພື້ນ ອາຊີ - ປາຊີຟິກ ມີ 14 ປະເທດ ແລະ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ມີ 4 ປະເທດ.