ຫວຽດນາມ ສົນໃຈເຖິງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດກັບສາກົນ

(VOVWORLD) - ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງ ແລະ ດຳເນີນການພົບປະ 2 ຝ່າຍກັບ ທ່ານ Chan Heng Kee, ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ.
ຫວຽດນາມ ສົນໃຈເຖິງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດກັບສາກົນ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ
(ພາບ: BQP)

        ໂດຍຕອບຮັບຄຳເຊີນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ (Singapore Airshow) ທີ່ຈັດຂຶ້ນແຕ່ວັນທີ 03 – 08 ກຸມພາ, ຢູ່ ສິງກະໂປ.

        ວັນທີ 03 ກຸມພາ, ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງ ແລະ ດຳເນີນການພົບປະ 2 ຝ່າຍກັບ ທ່ານ Chan Heng Kee, ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ. ຢູ່ທີ່ນີ້, ທ່ານ ຮວ່າງຊວັນຈຽນ ປາດຖະໜາຢາກຊຸກຍູ້ການພັດທະນາການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ສິງກະໂປ ໃນບັນດາຂົງເຂດ, ຄື: ການຮ່ວມມືດ້ານການທະຫານ, ເຫຼົ່າຮົບ; ການຮ່ວມມືບຳລຸງສ້າງ; ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ; ການກູ້ໄພກູ້ຊີບ; ເສນາຮັກ, ພະລາທິການ, ຄວາມໝັ້ນຄົງແບບໃໝ່…

        ກໍ່ທີ່ງານວາງສະແດງ, ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ພົບປະກັບການນຳກະຊວງປ້ອງກັນປະເທດ, ພົບປະກັບວິສາຫະກິດປ້ອງກັນຊາດຂອງ ສິງກະໂປ, ຝລັ່ງ, ອາເມລິກາ,  ຍີ່ປຸ່ນ, ອິດສະຣາແອັນ, ເຊັກໂກ…

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ