ຫວຽດນາມ - ອາເມລິກາ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ

ຫວຽດນາມ - ອາເມລິກາ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິນ
ຕ້ອນຮັບ​ທ່ານ​ນາງຮອງ​ຜູ້​ຊ່ວຍ​ວຽກ​ປະທານາທິບໍດີ, ຮອງ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 09/12, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ນາງຮອງ​ຜູ້​ຊ່ວຍ​ວຽກ​ປະທານາທິບໍດີ, ຮອງ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ດ້ານ​ເສດຖະກິດ​ສາກົນ Caroline Atkinson ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິນ ຢືນຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ນັບ​ທັງ​ການ​ພົວພັນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ກັບ​ອາ​ເມ​ລິ​ກາ ຢ່າງ​ບໍ່​ຢຸດ​ຢັ້ງ. ​ທ່ານສະ​ແດງ​ຄວາມເພິ່ງ​ພໍ​ໃຈຕໍ່​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ເລື່ອງ 2 ຝ່າຍ​ກຳນົດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ບັນລຸ​ໄດ້​ຂໍ້​ຕົກລົງ​ດ້ານ​ເສດຖະກິດ​ສຳຄັນຈຳນວນ​ໜຶ່ງ ​ແລະ ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຂ້າມ​ປາຊີ​ຝີ​ກ (TPP) ຢ່າງ​ແທດ​ຈິງ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິນ ສະ​ເໜີ​ໃຫ້ 2 ຝ່າຍ​ຈົ່ງຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ການ​ພົບ​ປະ​ຂັ້ນ​ສູງ; ອາ​ເມ​ລິ​ກາ​ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ​ແລະ ຍົກ​ສູງ​ຄວາມ​ສາມາດ​​ໃຫ້​ແກ່​ຫວຽດນາມ ​ເພື່ອ​ປະຕິບັດ​ສັນຍາ TPP ຢ່າງ​ຄົບ​ຖ້ວນ​; ຮັບຮອງ​ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​​ໂດຍ​ໄວ; ​ລົງ​ລ້າງ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ​ສຳລັບ​ສິນຄ້າ​ຫວຽດນາມ ທີ່​ສົ່ງ​ໄປ​ຂາຍ​ຢູ່​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ