ຫວຽດນາມ ໄດ້ສະເໜີລົງທະບຽນກາຍເປັນປະເທດນຳໜ້າໃນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກ ກ່ຽວກັບການເຄື່ອນຍ້າຍຖີ່ນຖານ
(VOVWORLD) - ຫວຽດນາມມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ແລະ ຄວນລົງທະບຽນກາຍເປັນປະເທດນຳໜ້າ (Champion Country) ໃນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບ ການເຄື່ອນຍ້າຍຖີ່ນຖານອັນຊອບທຳ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຂອງ ສປຊ.
ກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີແຫ່ງການຜະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງ GCM
|
ຫວຽດນາມມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ແລະ ຄວນລົງທະບຽນກາຍເປັນປະເທດນຳໜ້າ (Champion Country) ໃນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບ ການເຄື່ອນຍ້າຍຖີ່ນຖານອັນຊອບທຳ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຂອງ ສປຊ. ນີ້ແມ່ນການຕີລາຄາຂອງຫົວໜ້າຄະນະຜູ້ຕ່າງໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖີ່ນຖານ (IOM) ຢູ່ກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີແຫ່ງການປະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງ GCM ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ຜູ້ຕາງໜ້າຂອງ IOM ຕີລາຄາວ່າພາຍຫຼັງ 5 ປີເຂົ້າຮ່ວມຂໍ້ຕົກລົງ GCM, ຫວຽດນາມ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຄຳໝັ້ນສັນຍາສາກົນ, ດັ່ງນັ້ນ, ຜູ້ຕາງໜ້າ IOM ສະເໜີ ຫວຽດນາມ ພິຈາລະນາຈົດທະບຽນກາຍເປັນປະເທດນຳໜ້າ ໃນການຜັນຂະຫຍາຍຂໍ້ຕົກລົງ GCM ຢູ່ເວທີປາໄສສຳຫຼວດກວດກາ ການເຄື່ອນຍ້າຍຖີ່ນຖານສາກົນ (IMRF) ຈະດຳເນີນໃນເດືອນພຶດສະພາ 2026 ຢູ່ນິວຢອກ, ອາເມລິກາ.