ຫຼາຍ​ປະ​ເທດ​ກ່າວ​ປະ​ນາມບັ້ນ​ຮົບ​ດ້ານການ​ທະ​ຫານ​ທາງ​ບົກ​ຂອງ ອີດ​ສະ​ຣາ​ແອັນ ຢູ່ ລີ​ບັງ

(VOVWORLD) - ບັນຮົບນີ້ຈະເຮັດໃຫ້ສະພາບຂາດສະຖຽນລະພາບຮ້າຍແຮງຂຶ້ນຕື່ມ ແລະ ອາດຈະພາໄປເຖິງໄພພິບັດດ້ານມະນຸດສະທຳຢູ່ຕາເວັນອອກກາງ.
ຫຼາຍ​ປະ​ເທດ​ກ່າວ​ປະ​ນາມບັ້ນ​ຮົບ​ດ້ານການ​ທະ​ຫານ​ທາງ​ບົກ​ຂອງ ອີດ​ສະ​ຣາ​ແອັນ ຢູ່ ລີ​ບັງ - ảnh 1(ພາບ: AP)

   ວັນທີ 16 ມີນາ, ອິດສະຣາແອັນ ຖະແຫຼງເລີ່ມດຳເນີນບັ້ນຮົບດ້ານການທະຫານທາງບົກຢູ່ ລີບັງ. ໃນທັນທີ, ຫຼາຍປະເທດໄດ້ກ່າວປະນາມບັ້ນຮົບນີ້. ວັນທີ 16 ມີນາ, ກະຊວງການຕ່າງປະເທດ ຕວກກີ ໄດ້ອອກຖະແຫຼງການຄັດຄ້ານບັ້ນຮົບດ້ານການທະຫານທາງບົກຢູ່ ລີບັງ ຢ່າງຂ້ຽວຂາດ ໂດຍໃຫ້ຮູ້ວ່າ: ບັນຮົບນີ້ຈະເຮັດໃຫ້ສະພາບຂາດສະຖຽນລະພາບຮ້າຍແຮງຂຶ້ນຕື່ມ ແລະ ອາດຈະພາໄປເຖິງໄພພິບັດດ້ານມະນຸດສະທຳຢູ່ຕາເວັນອອກກາງ, ພ້ອມທັງສະແດງຄວາມສາມັກຄີກັບ ລີບັງ ຕໍ່ໜ້າການລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.

   ຫ້າປະເທດລວມມີ: ອັງກິດ, ຝະລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ ໄດ້ອອກຖະແຫຼງການຮ່ວມ ໂດຍໃຫ້ຮູ້ວ່າ: ການບຸກໂຈມຕີທາງບົກດ້ວຍຂອບຂະໜາດໃຫ່ຍຂອງ ອິດສະຣາແອັນ ຈະກໍ່ຜົນຢ້ອນຫຼັງດ້ານມະນຸດສະທຳຮ້າຍແຮງທີ່ສຸດ ແລະ ອາດຈະພາໄປເຖິງການປະທະກັນທີ່ແກ່ຍາວ, ຮຽກຮ້ອງການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຜູ້ຕາງໜ້າ ອິດສະຣາແອັນ ແລະ ລີບັງ ເພື່ອດຳເນີນການເຈລະຈາກ່ຽວກັບມາດຕະການການເມືອງທີ່ໝັ້ນແກ່ນ. ຖະແຫຼງການຮ່ວມຂອງບັນດາປະເທດຝ່າຍຕາເວັນຕົກ ກໍ່ໄດ້ກ່າວປະນາມຂໍ້ຕົກລົງຂອງ ເຮັກໂບລາ ເມື່ອເຂົ້າຮ່ວມການປະທະກັນພ້ອມກັບ ອີຣານ, ເນັ້ນໜັກວ່າຈະຮ່ວມເດີນທາງພ້ອມກັບລັດຖະບານ ແລະ ປຊຊ ລີບັງ, ຜູ້ທີ່ຖືກຕົກໃສ່ການປະທະກັນໂດຍບໍ່ຕັ້ງໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ