ອັງກິດ: ການນໍາ ສະພາຕໍ່າ ລາອອກຈາກຕໍາແໜ່ງ
(VOVWORLD) -ທ່ານນາງ Andrea Leadsom ເຊິ່ງເປັນການນໍາສະພາຕໍ່າ ອັງກິດ - ສະມາຊິກຂັ້ນສູງຂອງຄະນະລັດຖະບານ ຮັບຜິດຊອບກ່ຽວກັບວຽກງານຕ່າງໆຂອງລັດຖະບານອັງກິດ ຢູ່ ສະພາຕໍ່າ ໄດ້ຖະແຫຼງ ຖອນຕົວອອກຈາກ ຄະນະລັດຖະບານຂອງທ່ານນາງ ນາຍົກລັດຖະມົນຕີອັງກິດ Theresa May, ດ້ວຍເຫດຜົນທີ່ວ່າ ບໍ່ສະໜັບສະໜູນຍຸດທະສາດຂອງລັດຖະບານໃນວິວັດການຖອນຕົວອອກຈາກ ສະຫະພາບ ເອີຣົບ.
ວັນທີ 22 ພຶດສະພາ, ທ່ານນາງ Andrea Leadsom ເຊິ່ງເປັນການນໍາສະພາຕໍ່າ ອັງກິດ - ສະມາຊິກຂັ້ນສູງຂອງຄະນະລັດຖະບານ ຮັບຜິດຊອບກ່ຽວກັບວຽກງານຕ່າງໆຂອງລັດຖະບານອັງກິດ ຢູ່ ສະພາຕໍ່າ ໄດ້ຖະແຫຼງ ຖອນຕົວອອກຈາກ ຄະນະລັດຖະບານຂອງທ່ານນາງ ນາຍົກລັດຖະມົນຕີອັງກິດ Theresa May, ດ້ວຍເຫດຜົນທີ່ວ່າ ບໍ່ສະໜັບສະໜູນຍຸດທະສາດຂອງລັດຖະບານໃນວິວັດການຖອນຕົວອອກຈາກ ສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit. ໃນຈົດໝາຍລາອອກຈາກຕໍາແໜ່ງ ທີ່ຍື່ນຕໍ່ທ່ານນາງ ນາຍົກລັດຖະມົນຕີ, ທ່ານນາງ Andrea Leadsom ຊີ້ແຈ້ງວ່າ ທ່ານບໍ່ເຊື່ອໝັ້ນຕໍ່ວິທີສໍາຜັດໃນປັດຈຸບັນຂອງລັດຖະບານ ກ່ຽວກັບການປະຕິບັດໝາກຜົນຂອງການລົງປະຊາມະຕິ ກ່ຽວກັບ Brexit ປີ 2016 .
ໂຄສົກຂອງຫ້ອງວ່າການລັດຖະບານ ອັງກິດ ໃຫ້ຮູ້ວ່າ ທ່ານນາງ Theresa May ໄດ້ສະແດງຄວາມຜິດຫວັງ ຕໍ່ເຫດຜົນທີ່ພາໄປເຖິງການຕັດສິນໃຈລາອອກຈາກຕໍາແໜ່່ງຂອງທ່ານນາງ Andrea Leadsom, ແຕ່ການນໍາອັງກິດ ຍັງຄົງສຸມໃສ່ປະຕິບັດໝາກຜົນຂອງການລົງປະຊາມະຕິ ເມື່ອປີ 2016, ຕາມນັ້ນແລ້ວ ປະຊາຊົນປະເທດນີ້ ເຫັນດີຕໍ່ເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ.