ອັດຕາສ່ວນອຶດຫິວທຸກຍາກຢູ່ ຫວຽດນາມ ສືບຕໍ່ຫລຸດລົງ

(VOVWORLD) - ວັນທີ 05 ເມສາ, ທະນາຄານໂລກໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ປະກາດບົດລາຍງານ “ບາດກ້າວໃໝ່: ຫລຸດຜ່ອນຄວາມທຸກຍາກ ແລະ ວັດທະນາຖາວອນລວມຢູ່ ຫວຽດນາມ”.
ອັດຕາສ່ວນອຶດຫິວທຸກຍາກຢູ່ ຫວຽດນາມ ສືບຕໍ່ຫລຸດລົງ - ảnh 1 ອັດຕາສ່ວນອຶດຫິວທຸກຍາກຢູ່ ຫວຽດນາມ ສືບຕໍ່ຫລຸດລົງ

ບົດລາຍງານໄດ້ສະຫລຸບຫຍໍ້ບັນດາທ່າອ່ຽງ ແລະ ຮູບແບບການອຶດຫິວທຸກຍາກໃນໄລຍະມໍ່ໆມານີ້ຢູ່ ຫວຽດນາມ ແລະ ຍົກອອກບັນດາມາດຕະການແກ້ໄຂ ເພື່ອຊຸກຍູ້ຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ຂຸດຄົ້ນໃນຂົງເຂດກະສິກຳຢູ່ເຂດພູສູງ, ບ່ອນທີ່ມີຄົນທຸກຍາກຫລາຍ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຕາມບົດລາຍງານແລ້ວ ອັດຕາອຶດຫິວທຸກຍາກຢູ່ ຫວຽດນາມ ສືບຕໍ່ຫລຸດລົງ, ພິເສດແມ່ນບັນດາຊົນເຜົ່າສ່ວນໜ້ອຍ ດ້ວຍອັດຕາສ່ວນຫລຸດລົງເຖິງ 13%, ແມ່ນອັດຕາຫລຸດລົງຫລາຍທີ່ສຸດໃນທົດສະວັດຜ່ານມາ. ກ່າວຄຳເຫັນທີ່ພິທີປະກາດ, ທ່ານ Ousmane Dione ຜູ້ອຳນວຍການລະດັບຊາດຂອງທະນາຄານໂລກປະຈຳ ຫວຽດນາມ ຍົກອອກບາງຂໍ້ສະເໜີແນະ ແລະ ມາດຕະການເພື່ອຫລຸດຜ່ອນຄວາມທຸກຍາກ ກໍ່ຄືຍູ້ແຮງຄວາມຍຸຕິທຳໃນສັງຄົມຢູ່ ຫວຽດນາມ.

        “ທີ່ໜຶ່ງແມ່ນພວກເຮົາຕ້ອງສືບຕໍ່ປະຕິບັດການລົງທຶນໃຫ້ພື້ນຖານໂຄງລ່າງ ເພື່ອໃຫ້ຄົນທຸກຍາກສາມາດເຊື່ອມຕໍ່ກັບບັນດາໂອກາດເສດຖະກິດກ່ວາ. ທີ 2 ຕ້ອງຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່ ເພື່ອໃຫ້ຄົນທຸກຍາກຢູ່ເຂດຊົນນະບົດ, ພິເສດແມ່ນບັນດາຄົນຢູ່ເຂດພູດອຍ ແລະ ເຂດຫ່າງໄກສອກຫລີກ, ສາມາດເຂົ້າຮ່ວມໃນບັນດາການເຄື່ອນໄຫວປູກຝັງ ນຳມາເຊິ່ງກຳໄລສູງກ່ວາ. ທີ 3 ໝູນໃຊ້ ແລະ ອີງໃສ່ຜົນງານການສຶກສາພື້ນຖານຂອງ ຫວຽດນາມ ເພື່ອຍົກສູງກາລະໂອກາດໃຫ້ເດັກນ້ອຍທຸກຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນລະດັບແຕກຕ່າງກັນ ເພື່ອໃຫ້ພວກນ້ອງມີກາລະໂອກາດຄືກັນ.

        ທ່ານ Ousmane Dione ຢັ້ງຢືນວ່າ: ທະນາຄານໂລກໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍລັດຖະບານ ຫວຽດນາມ ໃນການສືບຕໍໍ່ຫລຸດຜ່ອນຄວາມທຸກຍາກ ກໍ່ຄືເພີ່ມທະວີຄວາມຍຸຕິທຳ ເພື່ອໃຫ້ ຫວຽດນາມ ກາຍເປັນສັງຄົມທີ່ບໍ່ມີຄົນອຶດຫິວທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ