ອິດສະຣາແອັນ ຖະແຫຼງ “ເສັ້ນເຫຼືອງ” ແມ່ນເສັ້ນຊາຍແດນໃໝ່ໃນເຂດ ກາຊາ
(VOVWORLD) - ນາຍພົນ Eyal Zamir ຢືນຢັນວ່າ ປະຈຸບັນ IDF ໄດ້ກຳມະສິດຄວບຄຸ້ມການເຄື່ອນໄຫວຢູ່ບັນດາເຂດທີ່ກວ້າງໃຫຍ່ຂອງເຂດ ກາຊາ
ວັນທີ 07 ທັນວາ, ທ່ານເສນາທິການໃຫຍ່ກຳລັງປ້ອງກັນ ອິດສະຣາແອັນ (IDF), ນາຍພົນ Eyal Zamir ຖະແຫຼງເສັ້ນຈັດແບ່ງ “ເສັ້ນເຫຼືອງ” ໃນປະຈຸບັນແມ່ນ “ເສັ້ນຊາຍແດນໃໝ່” ໃນເຂດ ກາຊາ. “ເສັ້ນເຫຼືອງ” ເປັນຂີດໝາຍເຂດທີ່ກອງທັບ ອິດສະຣາແອັນ ຍັງບໍ່ທັນຖອນອອກຈາກເຂດດິນແດນຂອງຊາວ ປາແລັດສະຕິນ, ຄືສ່ວນໜຶ່ງໃນຂໍ້ຕົກລົງຢຸດຍິງທີ່ມີຜົນສັກສິດແຕ່ວັນທີ 10 ພະຈິກ.
ນາຍພົນ Eyal Zamir ຢືນຢັນວ່າ ປະຈຸບັນ IDF ໄດ້ກຳມະສິດຄວບຄຸ້ມການເຄື່ອນໄຫວຢູ່ບັນດາເຂດທີ່ກວ້າງໃຫຍ່ຂອງເຂດ ກາຊາ, ພ້ອມກັນນັ້ນກໍ່ຖະແຫຼງວ່າ ກຳລັງ ອິດສະຣາແອັນ ຍັງຈະສືບຕໍ່ປະກົດຕົວຢູ່ບັນດາເຂດນີ້. ຕາມນາຍພົນແລ້ວ, ໜ້າທີ່ຂອງ IDF ຈະບໍ່ສຳເລັດຈົນຮອດຕົວປະກັນຜູ້ສຸດທ້າຍຢູ່ເຂດ ກາຊາ, Ran Gvili ໄດ້ກັບເມືອ.