(VOVWORLD) - ທ່ານ Andrew Goledzinowski ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ
(ພາບ: TTXVN)
|
“ຫວຽດນາມ ມີລະບົບການເມືອງທີ່ມີສະຖຽນລະພາບ, ແລະ ນັ້ນແມ່ນໜຶ່ງໃນບັນດາທ່າແຮງຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້”. ນີ້ແມ່ນຂໍ້ສັງເກດຂອງທ່ານ Andrew Goledzinowski, ອະດີດເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (2022 – 2024), ທີ່ການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ປະຈຳ ອົດສະຕາລີ ຫວ່າງມໍ່ໆມານີ້.
ທ່ານ Andrew Goledzinowski ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ. ອະນາຄົດຂອງ ຫວຽດນາມ ນອນຢູ່ການປ່ຽນແປງ ແລະ ຮັບມືກັບສະພາບການສາກົນທີ່ພວມມີການຜັນແປທາງດ້ານເສດຖະກິດ, ການເມືອງ ແລະ ພູມສາດຍຸດທະສາດຢ່າງວ່ອງໄວ. ທ່ານກໍ່ໃຫ້ຂໍ້ສັງເກດວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ເປັນເຈົ້າການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫຼາຍຄູ່ຮ່ວມມື. ນີ້ແມ່ນຍຸດທະສາດສະແດງໃຫ້ເຫັນວິໄສທັດອັນຍາວໄກຂອງ ຫວຽດນາມ ກ່ຽວກັບທີ່ຕັ້ງ ແລະ ອະນາຄົດຂອງການພັດທະນາໃນໂລກພວມທີ່ມີການປ່ຽນແປງ.