(VOVWORLD) - ການກະທຳຂອງ ວໍຊິງຕັນ ນອນໃນຄວາມມານະພະຍາຍາມສົມທົບກັບອົງການພະລັງງານສາກົນ (IEA) ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກການປະທະກັນຢູ່ຕາເວັນອອກກາງລົງ.
ສາງນ້ຳມັນສຳຮອງຍຸດທະສາດ (SPR) ຢູ່ Freeport, Texas, ອາເມລິກາ ໃນວັນທີ 9/6/2016 (ພາບເອກະສານ: REUTERS/Richard Carson) |
ວັນທີ 12 ມີນາ, ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະເອົານ້ຳມັນ 172 ລ້ານຖັງອອກຈາກສາງນ້ຳມັນສຳຮອງບໍ່ຍຸດທະສາດ (SPR) ເພື່ອແນໃສ່ຄວບຄຸມທ່ວງທ່າລາຄາພະລັງງານເພີ່ມຂຶ້ນຢ່າງແຮງໃນສະພາບການທີ່ການປະທະກັນກັບ ອີຣານ ໄດ້ເຮັດໃຫ້ແຫຼ່ງສະໜອງທົ່ວໂລກຖືກຂາດວັກຂາດຕອນ. ການກະທຳຂອງ ວໍຊິງຕັນ ນອນໃນຄວາມມານະພະຍາຍາມສົມທົບກັບອົງການພະລັງງານສາກົນ (IEA) ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກການປະທະກັນຢູ່ຕາເວັນອອກກາງລົງ.
ຕາມກະຊວງພະລັງງານ ອາເມລິກາ ແລ້ວ, ປັດຈຸບັນ, ສາງນ້ຳມັນສຳຮອງຍຸດທະສາດຂອງປະເທດນີ້ ຍັງເຫຼືອປະມານ 415 ລ້ານຖັງ, ເທົ່າກັບບໍ່ຮອດ 60% ຂອງກຳລັງການນຳໃຊ້. ໃນຂະນະນັ້ນ, ອາເມລິກາ ໄດ້ນຳໃຊ້ນ້ຳມັນປະມານ 20 ລ້ານຖັງ ຕໍ່ວັນ, ເກືອບເທົ່າກັບປະລິມານນ້ຳມັນທີ່ໄດ້ຂົນສົ່ງຜ່ານຊ່ອງແຄບທະເລ Hormuz ເປັນປະຈຳ.
ກ່ອນໜ້ານັ້ນ, 32 ປະເທດສະມາຊິກຂອງ IEA ມີແຜນການນຳນ້ຳມັນຈຳນວນ 400 ລ້ານຖັງ ຈາກບັນດາສາງສຳຮອງສຸກເສີນອອກສູ່ຕະຫຼາດ. ນີ້ໄດ້ຮັບຖືວ່າ ແມ່ນການເບີກຈ່າຍນ້ຳມັນແຮສາງອອກຄັ້ງໃຫຍ່ສຸດໃນປະຫວັດສາດຂອງອົງການນີ້.
ນັກຂ່າວ VOV ປະຈຳ ອາເມລິກາ