ອາເມລິກາ ຍັງບໍ່ທັນຊອກຫາໄດ້ເສັ້ນທາງຖືກຕ້ອງເພື່ອຜູກພັນແບບເພື່ອນມິດກັບ ຈີນ

(VOVWORLD) - ທ່ານ ຫວາງອີ ໄດ້ຮຽກຮ້ອງ 2 ປະເທດຄວນຕັ້ງໜ້າຊອກຫາວິທີຢູ່ຮ່ວມກັນໃນສັນຕິພາບ ແລະ ຮ່ວມມື.
ອາເມລິກາ ຍັງບໍ່ທັນຊອກຫາໄດ້ເສັ້ນທາງຖືກຕ້ອງເພື່ອຜູກພັນແບບເພື່ອນມິດກັບ ຈີນ - ảnh 1ການພົບປະແລກປ່ຽນຜ່ານທາງອອນລາຍກັບສະພາພົວພັນຕ່າງປະເທດ ອາເມລິກາ

 

ກ່າວຄຳເຫັນທີ່ການພົບປະແລກປ່ຽນຜ່ານທາງອອນລາຍກັບສະພາພົວພັນຕ່າງປະເທດ ອາເມລິກາ (CFR), ຕອນຄ່ຳວັນທີ 23 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຖືວ່າ ວໍຊິງຕັນ ຍັງບໍ່ທັນຊອກຫາໄດ້ເສັ້ນທາງຖືກຕ້ອງ ເພື່ອຜູກພັນແບບເພື່ອນມິດກັບ ປັກກີງ ແລະ ເລື່ອງ ອາເມລິກາ ແຍກອອກຈາກພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ຈະເຮັດໃຫ້ໂລກ “ສັບສົນວຸ້ນວາຍ”.

      ໃນບົດກ່າວຄຳເຫັນຂອງຕົນ, ທ່ານ ຫວາງອີ ໄດ້ຍົກອອກ 5 ຈຸດກ່ຽວກັບຄວາມຮັບຮູ້ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ພາຍໃຕ້ແງ່ມູມຍຸດທະສາດ.

   ທ່ານ ຫວາງອີ ກໍ່ຢັ້ງຢືນຄືນໃໝ່ກ່ຽວກັບເລື່ອງ ປັກກີງ ຈະ “ໂຕ້ຕອບເໝາະສົມກັບກົດໝາຍ” ເມື່ອ “ອະທິປະໄຕປະເທດຊາດ ແລະ ກຽດສັກສີຂອງຊາດຖືກນາບຂູ່ ແລະ ລ່ວງລະເມີດ”. ທ່ານ ຫວາງອີ ໄດ້ຮຽກຮ້ອງ 2 ປະເທດຄວນຕັ້ງໜ້າຊອກຫາວິທີຢູ່ຮ່ວມກັນໃນສັນຕິພາບ ແລະ ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ