ອາເມລິກາ ແລະ ອີຣານ ສືບຕໍ່ ເຈລະຈາ ນິວເຄຼຍ
(VOVWORLD) - ວັນທີ 26 ເມສາ, ຜູ້ຕາງໜ້າຂັ້ນສູງຂອງ ອາເມລິກາ ແລະ ອີຣານ ສືບຕໍ່ຮອບເຈລະຈາໃໝ່ ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ເບື້ອງຊ້າຍມື) ແລະ ທູດພິເສດ Steve Witkoff (ພາບ: PressTV/TTXVN) |
ຮອບເຈລະຈາໄດ້ຈັດຂຶ້ນພາຍຫຼັງ ອາເມລິກາ ປະກາດຈັດວາງມາດຕະການລົງໂທດໃໝ່ຕ້ານຄືນປະເທດ ອາຊີຕາເວັນຕົກນີ້ ພຽງແຕ່ 2 – 3 ວັນ.
ຮອບເຈລະຈາຄັ້ງທີ 3 ລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ຈັດຂຶ້ນຢູ່ Oman. ໃນການປຶກສາຫາລືໃນວັນທີ 26 ເມສາ, ນຳໜ້າຄະນະເຈລະຈາຂອງ ອີຣານ ຍັງຄົງແມ່ນທ່ານ ລັດຖະມົນຕີການຕ່າງປະເທດ Abbas Araghchi, ໃນຂະນະນັ້ນ ຫົວໜ້າຄະນະເຈລະຈາ ອາເມລິກາ ສືບຕໍ່ແມ່ນທູດພິເສດ Steve Witkoff.
ສິ່ງທີ່ໜ້າສົນໃຈ, ໄປຄຽງຄູ່ການເຈລະຈາຂັ້ນສູງ, ຄະນະຜູ້ແທນ ອາເມລິກາ ແລະ ອີຣານ ກໍດຳເນີນບັນດາການແລກປ່ຽນວິຊາການທີ່ປິ່ນອ້ອມໂຄງການນິວເຄຼຍ ຂອງ ອີຣານ.
ນັກຂ່າວ VOV ປະຈຳ ອີຢິບ