ຮີດ​ຂໍ​ຕົວ​ໜັງ​ສື​ ຫວຽດ​ ເດີ​ມ ຍາມ​ຕົ້ນ​ປີ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຝາກ​ຝັງ​ຄວາມ​ຫວັງ​ໃນ​ລະ​ດູ​ບານ​ໃໝ່

(VOVWORLD) - ໃນກະແສວັດທະນະທຳທີ່ເປັນມູນເຊື້ອຂອງຄົນ ຫວຽດ, ຮີດຂໍຕົວໜັງສືຫວຽດເດີມ ຍາມຕົ້ນປີ ບໍ່ພຽງແຕ່ແມ່ນຮີດຄອງປະເພນີອັນດີງາມເທົ່ານັ້ນ ຫາກຍັງເປັນສັນຍາລັກທີ່ມີຄວາມໝາຍ, ເຕົ້າໂຮມທັງສິງຍອດຍິ່ງຈາກຈິດໃຈສຶກສາຮ່ຳຮຽນ, ຫຼັກສິນທຳ ແລະ ຄວາມຄາດຫວັງມຸ່ງໄປເຖິງສິ່ງທີ່ຈົບງາມ ທີ່ໄດ້ສືບທອດກັນມາຜ່ານຫຼາຍໆລຸ້ນຄົນ.

ຮີດ​ຂໍ​ຕົວ​ໜັງ​ສື​ ຫວຽດ​ ເດີ​ມ ຍາມ​ຕົ້ນ​ປີ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຝາກ​ຝັງ​ຄວາມ​ຫວັງ​ໃນ​ລະ​ດູ​ບານ​ໃໝ່ - ảnh 1ໜັງສືບໍ່ພຽງແຕ່ເປັນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນໄມ້ຫຼາວັດແທກລະດັບຄວາມຮູ້, ບຸກຄະລິກກະພາບ ແລະ ຫຼັກສິນທຳອີກດ້ວຍ. (ພາບ: VOV)

ແຕ່ດົນນານມາແລ້ວ, ໜັງສືບໍ່ພຽງແຕ່ເປັນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນໄມ້ຫຼາວັດແທກລະດັບຄວາມຮູ້, ບຸກຄະລິກກະພາບ ແລະ ຫຼັກສິນທຳອີກດ້ວຍ. ເພາະສະນັ້ນ, ເມື່ອລະດູບານໃໝ່ວຽນມາ, ຮີດໄປຂໍຕົວໜັງສື ຫວຽດ ເດີມ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ພູມປັນຍາ, ພ້ອມທັງຝາກຝັງຄວາມປາດຖະໜາຫຼໍ່ລ້ຽງບັນດາຄຸນຄ່າທາງດ້ານຈິດໃຈທີ່ໝັ້ນແກ່ນໃຫ້ແກ່ປີໃໝ່ ແລະ ທັງຂະບວນວິວັດຂອງຊີວິດ.

ຮີດ​ຂໍ​ຕົວ​ໜັງ​ສື​ ຫວຽດ​ ເດີ​ມ ຍາມ​ຕົ້ນ​ປີ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຝາກ​ຝັງ​ຄວາມ​ຫວັງ​ໃນ​ລະ​ດູ​ບານ​ໃໝ່ - ảnh 2ຍາມຕົ້ນປີລູກຫຼານຈະຂໍຕົວໜັງສືກ່ຽວກັບສຸຂະພາບ ແລະ ອາຍຸໝັ້ນຂວັນຍືນ (ພາບ: VOV)

ທ່ານນາງ ຮວ່າງແອັງຢຽບ, ຮອງຫົວໜ້າສະໂມສອນສິລະປະການແຕ້ມຕົວໜັງສືເດີມ UNESCO  ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ຮີດຂໍຕົວໜັງສືໄດ້ນຳມາເຊິ່ງຄວາມມ່ວນຊື່ນ, ຄວາມສະຫງົບສຸກ ແລະ ສຸຂະພາບໃຫ້ແກ່ທຸກໆຄົນໃນຄອບຄົວ. ທີສອງແມ່ນ ພໍ່ແມ່ຢາກຂໍບັນດາຕົວໜັງສືເພື່ອຕັກເຕືອນລູກຫຼານຂອງຕົນກ່ຽວກັບໜ້າທີ່ຮ່ຳຮຽນ. ສ່ວນພວກຫຼານ ຫຼື ພໍ່ແມ່ພວກຫຼານ ຈະຂໍຕົວໜັງສືໃຫ້ແກ່ຜູ້ໃຫຍ່ ເຊັ່ນ ມີສຸຂະພາບເຂັ້ມແຂງ ແລະ ອາຍຸໝັ້ນຂວັນຍືນ”

ຕອບກັບ

ຂ່າວ/ບົດ​ອື່ນ