ວັນທີ 13 ເມສາ, ຫວຽດນາມ ແລະ ສະໂລວາກີ ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສສ. ຫວຽດນາມ ແລະ ສ.ສະໂລວາກີ. ຖະແຫຼງການຮ່ວມໃຫ້ຮູ້ວ່າ ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ເລມິງຮຶງ, ທ່ານນາຍົກລັດຖະມົນຕີ ສ.ສະໂລວາກີໄດ້ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ເມສາ ປີ 2026.
ຖະແຫຼງການຮ່ວມໄດ້ເນັ້ນໜັ້ກວ່າການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ປັບປຸງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງຊອກຫາບັນດາວິທີການໃໝ່ເພື່ອເຮັດໃຫ້ການພົວພັນສອງປະເທດ ດ້ານສອງຝ່າຍແລະ ຫຼາຍຢ່າງເລິກເຊິ່ງກວ່າອີກ. ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ສະໂລວາກີ ຈະສືບຕໍ່ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເລິກເຊິ່ງກວ່າອີກ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທ້ຈີງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໂລກ.
