ຕອນບ່າຍວັນທີ 13 ເມສາ,ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Viktor Zolotov ຜູ້ອຳນວຍການ ອົງການພິທັກແຫ່ງຊາດ ສະຫະພັນ ລັດເຊຍ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະເໜີສອງຝ່າຍສືບຕໍ່ຍູ້ແຮງການພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການເພື່ອການຮ່ວມມືມີປະສິດທິຜົນ, ຮັບໃຊ້ພາລະກິດແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.
ສ່ວນທ່ານViktor Zolotov ຕີລາຄາສູງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນຜູ້ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືລະຫວ່າງອົງການພິທັກແຫ່ງຊາດ ລັດເຊຍ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ, ທ່ານຂອບໃຈທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ແລະ ບັນດາອົງການທີ່ມີ ໜ້າທີຮັບຜິດຊອບສອງປະເທດໄດ້ຮັບການປັງປຸງການຮ່ວມມືຢ່າງຕໍ່ເນື່ອງ.
