ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ອີ​ຕາ​ລີ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 13 ເມ​ສາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ - ອີ​ຕາ​ລີ.

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ ອີ​ຕາ​ລີ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ຫວຽດ​ນາມ ຢູ່​ເອີ​ລົບ. ກົງ​ກັນ​ຂ້າມ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ພວມ​ພັດ​ທະ​ນາ​ໂດຍ​ໄວ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ດ້ວຍ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ກຳ​ລັງ​ແຮງ​ງານ​ໜຸ່ມ, ຕະຫຼາດກວ້າງ​ໃຫຍ່ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ. ນີ້​ແມ່ນ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ພ້ອມ​ກັນ​ພັດ​ທະ​ນາ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສະ​ມາ​ຄົມ​ສອງ​ປະ​ເທ​ດ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ, ແບ່ງ​ປັນ​ວິ​ໄສ​ທັດ, ບົດ​ຮຽນ​ປະ​ສົບ​ການ​ ແລະ ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ແທ້​ຈິງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ໃໝ່.