ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico, ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ພ້ອມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ, ເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະໂລວາກີ ດ້ວຍຫົວຂໍ້ “ຊຸກຍູ້ການຮ່ວມມືເສດຖະກິດ, ເປີດກວ້າງໂອກາດລົງທຶນສອງຝ່າຍ”.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ໃຫ້ຮູ້ວ່າ ສະໂລວາກີ ປາດຖະໜາຢາກມີວິສາຫະກິດຫວຽດນາມ ຫຼາຍແຫ່ງມາລົງທຶນເຂົ້າສະໂລວາກີ ແລະ ເປີດເສັ້ນທາງອາກາດ ໂດຍກົງລະຫວ່າງສອງປະເທດ. ລັດຖະບານ ສະໂລວາກີ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂດີທີ່ສຸດໃຫ້ ຫວຽດນາມ ມາລົງທຶນ ເຂົ້າສະໂລວາກີ, ຫຼຸດຜ່ອນລະບຽບການອອກວິຊາທ່ອງທ່ຽວ ໃຫ້ຊາວຫວຽດນາມ ໄປຍັງ ສະໂລວາກີ, ຄົ້ນຄ້ວາຍົກເວັ້ນວິຊາໃຫ້ແກ່ພົນລະເມືອງ ຫວຽດນາມ ທີ່ຖືໜັງສືຜ່ານແດນທາງລັດຖະການ…
ສ່ວນທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືວ່າ ສະໂລວາກີ ອາດສາມາດກາຍເປັນປະຕູເຂົ້າອອກຍຸດທະສາດເພື່ອໃຫ້ສິນຄ້າ ຫວຽດນາມ ເຂົ້າເຖິງຕະຫຼາດສະຫະພາບ ເອີລົບ (EU), ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ຈັບໃຈ, ເປັນຂົວຕໍ່ເພື່ອໃຫ້ວິສາຫະກິດສະໂລວາກີເປີດກວ້າງໄປຍັງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບວິສາຫະກິດ, ກຽມພ້ອມການໜູນຊ່ວຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນຕ່າງປະເທດ ແລະ ສາກົນ, ໃນນັ້ນມີບັນດາວິສາຫະກິດ, ນັກລົງທຶນຂອງ ສະໂລວາກີ.
ຢູ່ເວທີປາໄສ, ບັນດາວິສາຫະກິດສອງປະເທດໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ໂອກາດ, ຄວາມສາມາດ, ຄວາມຕ້ອງການຮ່ວມມືລົງທຶນຂອງແຕ່ລະປະເທດ ແລະ ວິສາຫະກິດແຕ່ລະປະເທດ. ພາຍໃຕ້ການເປັນສັກຂີພິຍານຂອງນາຍົກລັດຖະມົນຕີສອງທ່ານ, ວິສາຫະກິດສອງປະເທດໄດ້ແລກປ່ຽນ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື 7 ສະບັບໃນຫຼາຍຂົງເຂດລວມມີ: ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳ, ການແພດ, ການເງິນ, ພື້ນຖານໂຄງລ່າງ, ອະສັງຫາລິມະສັບ, ສິ່ງແວດລ້ອມ ແລະ ການພັດທະນາເຂດອຸດສາຫະກຳ.
