ເປີດກາລະໂອກາດໃໝ່, ຊຸກຍູ້ການຮ່ວມມືຫວຽດ ນາມ - ສະຫະພັນລັດເຊຍ

ເປີດກາລະໂອກາດໃໝ່, ຊຸກຍູ້ການຮ່ວມມືຫວຽດ ນາມ - ສະຫະພັນລັດເຊຍ - ảnh 1
(ເປີດກາລະໂອກາດໃໝ່, ຊຸກຍູ້ການຮ່ວມມືຫວຽດນາມ - ສະຫະພັນລັດເຊຍ)

(vovworld) - ຕອນ​ຄຳ່​ວັນ​ທີ 30/6, ລາຍການ​ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ ​ໄດ້​ດຳ​ເນີນ​ຢູ່​ນະຄອນ Yaroslavl, ສະຫະພັນ​ລັດ​ເຊຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຂອງ​ຊຸມ​ວັນ​ວັດທະນະທຳ​ຫວຽດນາມ​ຢູ່​ສະຫະພັນ​ລັດ​ເຊຍ ​ໂດຍ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​, ສົມທົບ​ກັບ​ກະຊວງ​ວັດທະນະທຳ​ສະຫະພັນ​ລັດ​ເຊຍ​ ຈັດ​ຕັ້ງ​ຂຶ້ນແຕ່​ວັນ​ທີ 24/6-2/7.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 30/6, ທີ່​ການ​ຕ້ອນຮັບ​ລັດ​ຖະ​ມົນຕີ​ກະຊວງ ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຮ່ວາງ​ຕ໋ວນ​ແອ​ງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ. ທ່ານ​ Alechxandr Netraev, ຮອງ​ເຈົ້າ​ຄອງ​ນະຄອນ Yaroslavl​ ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຜົນງານ​ຕ່າງໆ​ໃນ​ການ​ພົວພັນ​ແລກປ່ຽນ​ດ້ານການ​ຄ້າ​ລະຫວ່າງ​ນະຄອນ Yaroslavl ກັບ​ຫວຽດນາມ ​ແລະ ສະ​ແດງ​​ໃຫ້​ເຫັນຄວາມ​ປະ​ເອີ​ບ​ໃຈ​ຕໍ່​ແງ່​ຫວັງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

​ເມື່ອ​ສະ​ເໜີ​ບັນດາ​ຂົງ​ເຂດ​ທີ່​ສາມາດ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ອະນາຄົດ, ທ່ານລັດ​ຖະ​ມົນຕີ​ກະຊວງ ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຮ່ວາງ​ຕ໋ວນ​ແອ​ງ​ເນັ້ນ​ໜັກ​ວ່າ:

ຫວັງ​ວ່າ, ສາຍ​ພົວພັນ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ລະອຽດ​ຜ່ານ​ການ​ພົວພັນ​ ດ້ານ​ກິລາ, ​ການເພີ່ມ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ໄປ​ຍັງ Yaroslavl​ ກໍ່ຄື​ເພີ່ມ​ຈຳນວນ​ນັກ​ທ່ອງ​ທ່ຽວ ​​ Yaroslavl​ ເວົ້າ​ສະ​ເພາະ ​ແລະ ລັດ​ເຊຍ ​ເວົ້າ​ລວມ ມາ​ຫວຽດນາມ​ເວົ້າ​ລວມ ​ແລະ ນະຄອນ​ດ່າ​ນັ້ງ ​ເວົ້າ​ສະ​ເພາະ, ພວກ​ເຮົາ​ກໍ່​ຈະ​ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ທຸກສິ່ງ​ທີ່​ພວກ​ເຮົາ​ໄດ້​ຮັບ​ຜົນງານ ​ແລະ ສິ່ງ​ທີ່​ພວກ​ເພື່ອນ​ມີ​ຄວາມ​ຕ້ອງການ ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ນຳ​ກັນ“

ຂ່າວ/ບົດ​ອື່ນ