ເພີ່ມທະວີການສົມທົບກັນລະຫວ່າງ ຕຳຫຼວດ, ກອງທັບ - ການທູດ ໃນໄລຍະໃໝ່
(VOVWORLD) - 3 ເປົ້າໝາຍສັງລວມ, ຍາວນານຂອງພັກ “ສັນຕິພາບ, ສະຖຽນລະພາບ; ການພັດທະນາແບບຍືນຍົງ, ມີຄຸນນະພາບສູງ; ຍົກສູງຊີວິດໃນທຸກດ້ານຂອງປະຊາຊົນ” ແລະ ເປົ້າໝາຍເຕີບໂຕ 2 ຕົວເລກ.
(ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ກ່າວຄຳເຫັນທີ່ພິທີ) |
ຕອນຄ່ຳວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີລົງນາມລະບຽບຂໍ້ກຳນົດການສົມທົບກັນປະຕິບັດວຽກງານ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີລົງນາມ.
ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ຢືນຢັນວ່າ ຄວາມຮຽກຮ້ອງຍົກລະດັບການພົວພັນສົມທົບກັນລະຫວ່າງ 3 ກະຊວງໄດ້ວາງອອກຢ່າງຈຳເປັນຮີບດ່ວນ, ປະກອບສ່ວນສ້າງກຳລັງໜູນ, ກຳລັງແຮງໃໝ່ຍູ້ສິ່ງທ້າຍທາຍໃຫ້ຖອຍໄປ, ຫັນສິ່ງທ້າທາຍເປັນໂອກາດ, ລະດົມທຸກແຫຼ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງສູງສຸດເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ; 3 ເປົ້າໝາຍສັງລວມ, ຍາວນານຂອງພັກ “ສັນຕິພາບ, ສະຖຽນລະພາບ; ການພັດທະນາແບບຍືນຍົງ, ມີຄຸນນະພາບສູງ; ຍົກສູງຊີວິດໃນທຸກດ້ານຂອງປະຊາຊົນ” ແລະ ເປົ້າໝາຍເຕີບໂຕ 2 ຕົວເລກ.