ເພີ່ມທະວີການຮ່ວມມືຫວຽດນາມ-ຝລັ່ງ

 ເພີ່ມທະວີການຮ່ວມມືຫວຽດນາມ-ຝລັ່ງ - ảnh 1
ກອງ​ປະຊຸ​ມຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ແລະ ຝລັ່ງ
ພາບ:TTXVN

(vovworld)- ວັນທີ 12/6, ກອງ​ປະຊຸ​ມຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ແລະ ຝລັ່ງຄັ້ງ​ທີ 9 ດ້ວຍ​ຫົວ​ຂໍ້​ວ່າ: ມຸ່ງ​ໄປ​ເຖິງ​ຮູບ​ແບບ​ໃຫມ່​ກ່ຽວ​ກັບ​ການ​ພັດທະນາ: ຄວາມ​ຮັບຜິດຊອບ ​ແລະ ກາລະ​ໂອກາດ​ຂອງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ແລະ ຝລັ່ງ ກໍ​ຄື​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ ​ໄດ້​ອັດ​ລົງ​ຢູ່ ຝລ່ັງ ພາຍຫລັງ​ດຳ​ເນີນ​ໄປ​ໃນ​ເວລາ 4 ມື້. ກອງ​ປະຊຸມ​ໄດ້​ສຸມ​ໃສ່​​ໄຈ້​ແຍກ, ຕີ​ລາຄາ, ​ແລກປ່ຽນ​ບົດຮຽນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ບັນດາບັນຫາ​ຍັງ​ຄົງ​ຄ້າງ, ​​ເປັນ​ເອກະ​ພາບ​ທິດ​ທາງເພີ່ມ​ທະວີ​ການ​ຮ່ວມ​ມື​. ​​ເມື່ອ​ແລກປ່ຽນ​ກັບ​ວົງ​ການນັກ​ຂ່າວ ຫວຽດນາມ ​ແລະ ຝລັ່ງທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ບູ່​ຍ​ແທນ​ເຊີນ ​ໄດ້​ຢືນຢັນ​ວ່າ:  “ບັນດາ​ເນື້ອ​ໃນ, ຫົວ​ເລື່ອງ​ທີ່​ໄດ້ນຳ​ມາ​ແລກ​ປ່ຽນ​ໃນ​ກອງ​ປະຊຸມ​ຄັ້ງທີ 9 ນັ້ນ​ແມ່ນ: ການ​ສຶກສາ, ການວາງ​ແຜນ​ຜັງຕົວ​ເມືອງ, ສິ່ງ​ແວດ​ລ້ອມ ລ້ວນ​ແຕ່​ຕອບ​ສະຫນອງ​​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ບັນດາ​ທ້ອງ​ຖິ່ນ​ຢູ່​ຫວຽດນາມ​ແລະກໍ​ສອດ​ຄອ່ງກັບ​ຜົນ​ປະ​ໂຫຍ​ດຂອງບັນດາ​ທ້ອງ​ຖິ່ນ​ຢູ່ຝລັ່ງ.”

ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື 7 ສະບັບ ​ໃນ​ບັນດາ​ຂົງ​ເຂດ​ການ​ແພດ, ການ​ສຶກສາ, ການ​ພັດທະນາ​ເຂດ​ອ່າວທະ​ເລ​ຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ