ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຢູ່ ຕ່າງ​ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມໂຕເລິມ ໄດ້ມີການພົບປະກັບບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າບັນດາອົງການຕາງໜ້າທຸຕານຸທູດ ຂອງ ຫວຽດນາມ ປະຈຳຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ. ເຂົ້າຮ່ວມການພົບປະຍັງມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຢູ່ ຕ່າງ​ປະ​ເທດ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ໃນການພົບປະ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າທຸຕານຸທູດ ຫວຽດນາມ ປະຈຳ ຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຈິດໃຈປິຕິຊົມຊື່ນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສະແດງຄວາມເຊື່ອໝັ້ນຕໍ່ຈິດໃຈໃໝ່, ທີ່ຕັ້ງບົດບາດໃໝ່ຂອງ ຫວຽດນາມ ໃນສັງກາດບືນຕົວຂຶ້ນຂອງຊາດ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຢູ່ ຕ່າງ​ປະ​ເທດ - ảnh 2ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບພ້ອມກັບບັນດາຜູ້ແທນ (ພາບ: TTXVN)

ຊົມເຊີຍການເຂົ້າຮ່ວມກອງປະຊຸມໃຫຍ່ຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຕາງໜ້າທຸຕານຸທູດ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ບັນດາກຳນົດທິດໃຫຍ່ໃນມະຕິທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ທ່ານເລຂາທິການໃຫຍ່ກໍເນັ້ນໜັກວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອົງການທຸຕານຸທູດຢູ່ຕ່າງປະເທດຕ້ອງເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຄວາມສະດຸ້ງໄວ, ຕັ້ງໜ້າໃນສະພາບການໂລກພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້, ໂດຍສະເພາະແມ່ນເພີ່ມທະວີວຽກງານຄາດຄະເນ, ກຳນົດໄດ້ແຫຼ່ງກຳລັງການຕ່າງປະເທດເພື່ອຮັບປະກັນຄວາມເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອຜົນປະໂຫຍດລວມຂອງຊາດ, ກໍຄືການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບກັບບັນດາບັນຫາສາກົນ, ບັນຫາທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ