ເລຂາທິການໃຫຍ່ ໂຕເລິມ ສົ່ງສານຊົມເຊີຍທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າເລື່ອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງນີ້ຄືນໃໝ່ ແມ່ນການຮັບຮູ້ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນໃນໄລຍະຜ່ານມາ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວຄຳເຫັນອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດຄັ້ງທີ XII (ພາບ: VOV) |
ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII, ວັນທີ 8 ມັງກອນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ສົ່ງສານຊົມເຊີຍ.
ໃນສານ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າເລື່ອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງນີ້ຄືນໃໝ່ ແມ່ນການຮັບຮູ້ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນໃນໄລຍະຜ່ານມາ; ພ້ອມທັງກໍ່ແມ່ນຄວາມໄວ້ວາງໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນສຳລັບທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນຄວາມມີຫົວຄິດປະດິດສ້າງໃນການວາງອອກວິໄສທັດຍຸດທະສາດ ແລະ ເປົ້າໝາຍ, ໜ້າທີ່ສຳຄັນເຊິ່ງ ກອງປະຊຸມໃຫຍ່ວາງອອກໃຫ້ແກ່ການພັດທະນາຍາວນານຂອງລາວ ໃນໄລຍະຈະມາເຖິງ. ທ່່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ບົດບາດຂອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ, ລາວ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາ, ສ້າງປະເທດຊາດແຫ່ງສັນຕິພາບ, ເອກະລາດ ແລະ ຈະເລີນຮຸ່ງເຮືອງ.