(VOVWORLD) - ຕອນເຊົ້າວັນທີ 26 ມັງກອນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ຕາມພິທີສູງສຸດໃຫ້ແກ່ປະທຸກລັດ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: VOV) |
ທ່ານເລຂາທິການໃຫຍ່ໂຕເລິມ ແລະ ພັນລະຍາເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ, ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ກ່າວຄຳເຫັນໄຂການເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:
ພວກຂ້າພະເຈົ້າມີຄວາມເຄົາລົບ ແລະ ຕີລາຄາສູງເລື່ອງ ຫວຽດນາມເປັນປະເທດທຳອິດ ທີ່ທ່ານ ທອງລຸນ ສີສຸລິດມາຢ້ຽມຢາມໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ລາວ ພາຍຫຼັງກອງປະຊຸມໃຫຍ່ສະໄໝໃໝ່ຂອງແຕ່ລະພັກປະສົບຜົນສຳເລັດ, ກໍ່ແມ່ນການນຳຕ່າງປະເທດທຳອິດເຊິ່ງ ພວກຂ້າພະເຈົ້າໄດ້ຕ້ອນຮັບພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນການຖືເປັນສຳຄັນຢ່າງເລິກເຊິ່ງ ຂອງພັກ, ລັດ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ຕໍ່ ຫວຽດນາມ, ກໍ່ສະແດງໃຫ້ເຫັນລັກສະນະພິເສດຂອງການພົວພັນລະຫວ່າງ ຫວຽດນາມ ແລະ ລາວ.
ສ່ວນທ່ານ ທອງລຸນ ສີສຸສິດໄດ້ຕາງໜ້າພັກ, ລັດ, ປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ອວຍພອນທ່ານໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ XIV.
ທີ່ການເຈລະຈາ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານເສດຖະກິດ ການຄ້າ - ການລົງທຶນ, ສູ້ຊົນນຳວົງເງິນການຄ້າບັນລຸ 10 ຕື້ USD, ຍູ້ແຮງການຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຄົ້ນຄ້ວາຄວາມສາມາດໃນການໝູນໃຊ້ຮູບແບບບຳລຸງສ້າງ, ຍູ້ແຮງການໂຄສະນາ ກ່ຽວກັບການພົວພັນພິເສດ ຫວຽດນາມ - ລາວ. ສິ້ນສຸດການເຈລະຈາ, ການນຳສອງຝ່າຍໄດ້ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືລະຫວ່າງສອງປະເທດ.