ເວທີປາໄສອາຊີ-ເອີລົບກ່ຽວກັບເສດຖະກິດທີ່ມີຫົວຄິດປະດິດສ້າງ
![ເວທີປາໄສອາຊີ-ເອີລົບກ່ຽວກັບເສດຖະກິດທີ່ມີຫົວຄິດປະດິດສ້າງ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_12_04/sang_1.jpg)
ພາບປະກອບ:internet
|
(vovworld)-ເວທີປາໄສດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 4/12 ຢູ່ ຮ່າໂນ້ຍ ໂດຍກອງທຶນອາຊີ- ເອີລົບ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມສົມທົບກັນຈັດຕັ້ງ. ທີ່ກອງປະຊຸມ, ບັນດາຜູ້ຊ່ຽວຊານໄດ້ປຶກສາຫາລືບັນດານະໂຍບາຍ ແລະ ຍຸດທະສາດ ປະກອບສ່ວນສ້າງເສດຖະກິດທີ່ມີຫົວຄິດປະດິດສ້າງຢູ່ ເອີລົບ ແລະ ອາຊີ; ຄວາມສາມາດບົ່ມຊ້ອນແກ້ໄຂບັນດາສິ່ງທ້າທາຍເກີດຂຶ້ນໃນວິວັດການພັດທະນາ; ບັນດາແຫລ່ງເງິນລົງທຶນ, ມາດຕະການທີ່ຈຳເປັນ ຮັບປະກັນການປະຕິບັດນະໂຍບາຍ ແລະ ຍຸດທະສາດດັ່ງກ່າວສຳເລັດຜົນ. ບັນດາຜູ້ຊ່ຽວຊານກໍສະເຫນີກ່ຽວກັບນະໂຍບາຍເພື່ອລາຍງານທີ່ກອງປະຊຸມລັດຖະມົນຕີວັດທະນະທຳ ອາຊີ - ເອີລົບ ຄັ້ງທີ 6 ຊື່ງຈະຈັດຂຶ້ນໃນປີ 2014.