ເວ​ເນ​ຊູ​ເອ​ລາ ເລີ່ມ​ຕົ້ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສາ​ບັນ​ດາ​ເຂດ​ຖືກ​ຜົນ​ກະ​ທົບ​ຄືນ​ໃໝ່

(VOVWORLD) -  ອຳນາດການປົກຄອງ ເວເນຊູເອລາ ໄດ້ເລີ່ມຜັນຂະຫຍາຍບັນດາຄວາມມານະພະຍາຍາມໜູນຊ່ວຍ ແລະ ສ້າງສາຄືນບັນດາເຂດຖືກຜົນກະທົບ ຍ້ອນບັນດາບັ້ນບຸກໂຈມຕີທາງອາກາດຈາກ ອາເມລິກາ ເມື່ອຕົ້ນເດືອນມັງກອນ. 
ເວ​ເນ​ຊູ​ເອ​ລາ ເລີ່ມ​ຕົ້ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສາ​ບັນ​ດາ​ເຂດ​ຖືກ​ຜົນ​ກະ​ທົບ​ຄືນ​ໃໝ່ - ảnh 1ປະຊາຊົນຊອກຫາເຄື່ອງຂອງຂອງຕົນໃນຊາກຫັກພັງ ພາຍຫຼັງບັ້ນບຸກໂຈມຕີຂອງ ອາເມລິກາ ເຂົ້າໃສ່ ເວເນຊູເອລາ, ວັນທີ 04 ມັງກອນ 2026 (ພາບ: REUTERS/Gaby Oraa)

ເມື່ອກ່າວຄຳເຫັນທີ່ການເຮັດວຽກຢູ່ ກາຣາກາສ ໃນວັນທີ 08 ມັງກອນ, ທ່ານນາງ Delcy Rodriguez ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ໃຫ້ຮູ້ວ່າ ລັດຖະບານ ໄດ້ເລີ່ມດຳເນີນໂຄງການດຳເນີນງານໂດຍສຸມໃສ່ການໜູນຊ່ວຍປະຊາຊົນ ແລະ ຟື້ນຟູບັນດາເຂດຖືກບຸກໂຈມຕີໃນວັນທີ 03 ມັງກອນ. ທ່ານນາງ ກໍເນັ້ນໜັກວ່າ ເວເນຊູເອລາ ພວມຄ່ອຍໆຟື້ນຟູຄືນ, ພ້ອມທັງຢັ້ງຢືນວ່າອຳນາດການປົກຄອງຈະຮັບປະກັນການມີໜ້າຂອງລັດຢູ່ບັນດາສະຖານທີ່ຖືກຜົນກະທົບ.

        ກ່ຽວກັບບັນຫາ ເວເນຊູເອລາ, ປັດຈຸບັນ, ຫຼາຍປະເທດໃນພາກພື້ນ ແລະ ສາກົນ ສືບຕໍ່ສະແດງຄວາມວິຕົກກັງວົນ, ຮຽກຮ້ອງເຄົາລົບກົດໝາຍສາກົນ ແລະ ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ວິກິດການຢູ່ປະເທດ ອາເມລິກາໃຕ້. ທ່ານ Luiz Inacio Lula da Silva ປະທານາທິບໍດີ ບຣາຊິນ ໄດ້ໂອ້ລົມທາງໂທລະສັບກັບທ່ານ Gustavo Petro ປະທານາທິບໍດີ ໂກລົມເບຍ, ໂດຍເຫັນດີເປັນເອກະພາບນຳກັນວ່າ ວິກິດການຢູ່ ເວເນຊູເອລາ ຕ້ອງໄດ້ຮັບການແກ້ໄຂຜ່ານບັນດາມາດຕະການສັນຕິພາບ, ການເຈລະຈາ ແລະ ເຄົາລົບເຈດຈຳນົງຂອງປະຊາຊົນ ເວເນຊູເອລາ. ນອກຈາກນັ້ນແລ້ວ, ທ່ານປະທານາທິບໍດີ ບຣາຊິນ ກໍໄດ້ໂອ້ລົມທາງໂທລະສັບກັບທ່ານ Claudia Sheinbaum ປະທານາທິບໍດີ ເມັກຊີໂກ, 2 ຝ່າຍພ້ອມກັນກ່າວປະນາມບັ້ນບຸກໂຈມຕີຂອງ ອາເມລິກາ ເຂົ້າໃສ່ ເວເນຊູເອລາ ແລະ ສະແດງຄວາມປາດຖະໜາຢາກຮ່ວມມືກັບ ກາຣາກາສ ເພື່ອຊຸກຍູ້ສັນຕິພາບ, ການສົນທະນາ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ