ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ ປະ​ຈຳ ຫວຽດ​ນາມ Thomas Gass: ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ

(VOVWORLD) - ການເລືອກຕັ້ງບໍ່ພຽງແຕ່ແມ່ນການເຄື່ອນໄຫວປະຕິບັດລັດຖະທຳມະນູນເທົ່ານັ້ນ ຫາກຍັງແມ່ນການຮັບປະກັນບັນດານະໂຍບາຍທີ່ໄດ້ຮັບຮອງເອົາຢູ່ຂັ້ນລະດັບຊາດ ແລະ ທ້ອງຖິ່ນນັ້ນ ຈະໄດ້ຮັບການຜັນຂະຫຍາຍດ້ວຍຈຸດສຸມມຸ່ງໄປເຖິງປະຊາຊົນອີກດ້ວຍ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ ປະ​ຈຳ ຫວຽດ​ນາມ Thomas Gass: ການ​ເລືອກ​ຕັ້ງ​ຢູ່ ຫວຽດ​ນາມ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ - ảnh 1ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດ ຫວຽດນາມ ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໃນວັນທີ 15 ມີນາ ຈະມາເຖິງ, ເມື່ອໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນຈຸດເວລາສຳຄັນສຳລັບປະເທດ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເລືອກຕັ້ງບໍ່ພຽງແຕ່ແມ່ນການເຄື່ອນໄຫວປະຕິບັດລັດຖະທຳມະນູນເທົ່ານັ້ນ ຫາກຍັງແມ່ນການຮັບປະກັນບັນດານະໂຍບາຍທີ່ໄດ້ຮັບຮອງເອົາຢູ່ຂັ້ນລະດັບຊາດ ແລະ ທ້ອງຖິ່ນນັ້ນ ຈະໄດ້ຮັບການຜັນຂະຫຍາຍດ້ວຍຈຸດສຸມມຸ່ງໄປເຖິງປະຊາຊົນອີກດ້ວຍ.

        ທ່ານເອກອັກຄະລັດຖະທູດ ຖືວ່າ ເລື່ອງພົນລະເມືອງໄດ້ຮັບຂໍ້ມູນຢ່າງຈະແຈ້ງ, ທັນການ ແລະ ເຂົ້າໃຈງ່າຍກ່ຽວກັບວິວັດທະນາການປະຕິບັດບັນດາເປົ້າໝາຍນີ້ ແມ່ນສິ່ງທີ່ຈຳເປັນເພື່ອລະດົມການສະໜັບສະໜູນຈາກປະຊາຊົນ, ຮັບປະກັນບັນດາຄວາມມານະພະຍາຍາມພັດທະນາປະເທດຊາດ ຈະໄດ້ຫັນປ່ຽນກາຍເປັນບັນດາການປົວແປງຊີວິດຂອງປະຊາຊົນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ