ພາບປະກອບ: internet
|
(vovworld) - ຕາມການສະຖິຕິຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມແລ້ວ,ໄລ່ມາຮອດເດືອນ 7/2012, ດັດຊະນີສິນຄ້າຄ້າງສາງຂອງບັນດາຂະແຫນງຜະລິດ, ອຸດສາຫະກຳເພີ່ມຂຶ້ນ 6% ຊຶ່ງແມ່ນລະດັບສູງພໍສົມຄວນນັບແຕ່ຕົ້ນປີມາຮອດປະຈຸບັນ. ໃນຂະນະນັ້ນ ລາຄາວັດຖຸດິບສົ້ນເຂົ້າເພີ່ມຂຶ້ນຢ່າງລ່ຽນຕິດໃນໄລຍະມໍ່ໆມານີ້ ຍິ່ງເຮັດໃຫ້ການຜະລິດຂອງວິສາຫະກິດຍາກທີ່ເຕີບໂຕໄດ້ ແລະ ການຈຳຫນ່າຍຜະລິດຕະພັນກໍຊັກຊ້າ. ສະນັ້ນ ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ວາງແຜນຮ່າງແກ້ໄຂສະພາບຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ໃນນັ້ນມີຫລາຍມາດຕະການຍູ້ແຮງການຈຳຫນ່າຍສິນຄ້າ, ແກ້ໄຂສະພາບສິນຄ້າຄ້າງສາງ, ຊ່ວຍວິສາຫະກິດພັດທະນາການຜະລິດ. ຕາມທ່ານ Vu Huy Hoang ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວ, ແຜນຮ່າງແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຊຶ່ງກະຊວງອຸດສາຫະກຳ ແລະ ການຄ້າກະກຽມປະກາດໃຊ້ຈະຫນູນຊ່ວຍວິສາຫະກິດຢ່າງຕັ້ງຫນ້າໃນສະພາບປະຈຸບັນ, ທ່ານ Vu Huy Hoang ໃຫ້ຮູ້ວ່າ:
“ທີຫນຶ່ງແມ່ນຫລຸດຜ່ອນສິນຄ້າຄ້າງສາງຂອງວິສາຫະກິດ, ຍູ້ແຮງການ ອຸປະໂພກ ແລະ ປະກອບສ່ວນຍູ້ແຮງການຜະລິດ; ທີສອງແມ່ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຂະຫນາດກາງ ແລະ ນ້ອຍ, ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ. ໝວດມາດຕະການຈຳຫນ່າຍສິນຄ້າພາຍໃນປະເທດຈະສຸມໃສ່ພັດທະນາ ຕະຫລາດພາຍໃນ, ພັດທະນາໂຄງການຂົນຂວາຍຊາວຫວຽດນາມ ນຳໃຊ້ສິນຄ້າຂອງຫວຽດນາມ, ເພີ່ມທະວີການນຳໃຊ້ສິນຄ້າຊຶ່ງຫວຽດນາມຜະລິດ ເພື່ອແທນທີ່ນຳໃຊ້ສິນຄ້ານຳເຂົ້າ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດບືນຕົວຂຶ້ນ ແລະ ພັດທະນາຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ.”