ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

(VOVWORLD) - ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ.
ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX - ảnh 1ພິທີໄຂ ວັນບຸນແກ່ວງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ IX (ພາບ: VOV)

ຕອນຄ່ຳວັນທີ 19 ທັນວາ, ຢູ່ສະໜາມຫຼວງ 7 ພຶດສະພາ, ຕາແສງ ດຽນບຽນຝູ, ຄະນະກຳມະການປະຊາຊົນ ແຂວງດ້ຽນບຽນໄດ້ຈັດວັນບຸນແກ່ວງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ IX, ປີ 2025 ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ - ໄມຕີຈິດມິດຕະພາບເຂດຊາຍແດນອັນດູດດື່ມ - ພ້ອມກັນພັດທະນາ”. ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ. ວັນບຸນປີນີ້ ໄດ້ດຳເນີນແຕ່ວັນທີ 19 – 21 ທັນວາ, ລວມມີບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການທ່ອງທ່ຽວທີ່ອຸດົມສົມບູນ, ດຶງດູດ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ດ້ວຍການເຂົ້າຮ່ວມຂອງບັນດາແຂວງ ດຽນບຽນ ແລະ ລາຍເຈົາ (ຫວຽດນາມ), ແຂວງ ຜົ້ງສາລີ (ລາວ) ແລະ ເມືອງ ຈຽງທເຊິ້ງ, ນະຄອນ ຂູອາ, ແຂວງຢູນໜານ (ຈີນ). ທ່ານ ຫງວຽນມິງຝູ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ, ຫົວໜ້າຄະນະຈັດຕັ້ງວັນບຸນ ເນັ້ນໜັກວ່າ:

ຈາກບັນດາຄູນຄ່າທີ່ເປັນມູນເຊື້ອ, ພວກເຮົາຈະຮ່ວມເດີນທາງມຸ່ງໄປເຖິງອະນາຄົດ. ດ້ວຍທຸກຄວາມສາມາດຂອງຕົນ, ທາງແຂວງດ້ຽນບຽນຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບແຂວງ ລາຍເຈົາ (ຫວຽດນາມ), ບັນດາແຂວງທາງທິດເໜືອລາວ ແລະ ທາງທິດຕເວັນຕົກສ່ຽງໃຕ້ ຈີນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາການຄ້າ, ການທ່ອງທ່ຽວ, ພົບປະແລກປ່ຽນວັດທະນະທຳ, ແລກປ່ຽນປະຊາຊົນ, ຈາກນັ້ນນຳເຂດຊາຍແດນຂອງສາມປະເທດພວກເຮົາກາຍເປັນເຂດດິນແດນແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ພັດທະນາຢ່າງແທ້ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ