(vovworld) - ວັນທີ 23/06, ຜູ້ມີສິດເລືອກຕັ້ງ Albania ໄດ້ໄປປ່ອນບັດເລືອກຕັ້ງ 140 ທີ່ນັ່ງໃນສະພາແຫ່ງຊາດຊຸດໃໝ່ຂອງປະເທດນີ້. ນີ້ແມ່ນການເລືອກຕັ້ງທີ່ມີຄວາມໝາຍພິເສດໃນສະພາບທີ່ປະເທດນອນໃນຈຳນວນປະເທດທຸກຍາກກວ່າໝູ່ຢູ່ເອີລົບ ພວມມີໂອກາດເຂົ້າເປັນສະມາຊິກສະຫະພາບເອີລົບ (EU) ໃນອະນາຄົດໃກ້ໆນີ້. ຜູ້ມີສິດເລືອກຕັ້ງປະມານ 3,2 ລ້ານຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະໄປປ່ອນບັດເລືອກຕັ້ງໃນຄັ້ງນີ້. ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງຈະໄດ້ປະກາດໃນວັນທີ 24/06.