(VOVWORLD) - ກອງປະຊຸມໄດ້ປະສົບຜົນສຳເລັດອັນດີງາມໃນ 3 ດ້ານ.
ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ
(ພາບ: ຟ້າມຢຽບ)
|
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM 58) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ອັດລົງພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ວັນ (ຄືແຕ່ວັນທີ 8-11 ກໍລະກົດປີ 2025) ຢູ່ ມາເລເຊຍ. ກອງປະຊຸມໄດ້ປະສົບຜົນສຳເລັດອັນດີງາມໃນ 3 ດ້ານຄື: ປັບປຸງຄວາມສາມັກຄີພາຍໃນກຸ່ມ, ເຮັດໃຫ້ການຮ່ວມມືກັບບັນດາຄູ່ຮ່ວມມືເລິກເຊິ່ງກ່ວາອີກ ແລະ ຍົກສູງບົດບາດຂອງ ອາຊຽນ ໃນໂຄງປະກອບພາກພື້ນ ແລະ ທົ່ວໂລກ. ແບ່ງປັນກ່ຽວກັບໝາກຜົນຂອງກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ຂີດໝາຍສຳຄັນທຳອິດແມ່ນການຢັ້ງຢືນຢ່າງແຮງກ່ຽວກັບຄຸນຄ່າຖາວອນຂອງນ້ຳໃຈສາມັກຄີ ອາຊຽນ. ຄວາມສາມັກຄີບໍ່ພຽງແຕ່ແມ່ນການສືບທອດມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນກຳລັງແຮງອັນແທດຈິງ ແລະ ເຂັມຊີ້ທິດພາທາງໃຫ້ ອາຊຽນ ຜ່ານຜ່າທຸກຄວາມແຕກໂຕນ, ຮັບມືກັບບັນດາສິ່ງທ້າທາຍ ແລະ ມີຄວາມໝັ້ນຄົງຕໍ່ຄວາມຫຍຸ້ງຍາກ.
ກ່ຽວກັບການເຂົ້າຮ່ວມ ແລະ ປະກອບສ່ວນຂອງ ຫວຽດນາມ ຢູ່ບັນດາກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຢືນຢັນວ່າ:
ການກຳນົດທິດໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄດ້ແບ່ງປັນ ຢູບັນດາກອງປະຊຸມ ທັງໄດ້ຕິດແທດກັບຄວາມຮຽກຮ້ອງຕົວຈິງ ແລະ ຄວາມສົນໃຈລວມຂອງພາກພື້ນ ທັງໄດ້ຕິດພັນ ແລະ ໜູນຊ່ວຍບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດຄື: ການເຕີບໂຕເສດຖະກິດ, ການຫັນການພົວພັນດ້ານການຄ້າ ການລົງທຶນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ເປີດກ້ວາງຕະຫຼາດ, ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.