Venezuela ແລະ Argentina ຮ່ວມມືຂຸດຄົ້ນນ້ຳມັນຢູ່ເຂດລຸ່ມແມ່ນ້ຳ Orinoco

Venezuela ແລະ Argentina ຮ່ວມມືຂຸດຄົ້ນນ້ຳມັນຢູ່ເຂດລຸ່ມແມ່ນ້ຳ Orinoco - ảnh 1
ເຂດ​ລຸ່ມ​ແມ່ນ້ຳ Orinoco

(vovworld) – ຕາມ​ຂໍ້​ຕົກລົງທີ່​ປະກາດ​ເມື​່ອວັນ​ທີ 31/7, ບໍລິ​ສັດ​ນ້ຳມັນ​ແຫ່ງ​ລັດ YPF ຂອງ Argentina ​ໄດ້​ກາຍ​ເປັນ​ບໍ​ລະ​ສັດ​ໃໝ່​ສຸດ ​ໄດ້​ຮັບ​ໜັງສື​ອະນຸຍາດ​​ໃຫ້ຂຸດ​ຄົ້ນ​ນ້ຳມັນ​ຢູ່​ເຂດ​ລຸ່ມ​ແມ່ນ້ຳ Orinoco, ​ເຊິ່ງ​ແມ່ນ​​ເຂດມີ​ນ້ຳມັນ​ຫຼາຍ​ຂອງ Venezuela. ຂໍ້​ຕົກລົງ​​ໄດ້​ຮັບ​ການ​ລົງ​ນາມ ຢູ່​ນະຄອນຫຼວງ Brasilia ຂອງ Braxin ລະຫວ່າງ ປະທາ​ນາ​ທິບໍດີ Venezuela Hugo Chavez ​ແລະ ຄູ່​ຕຳ​ແໜ່​ງ Argentina Cristina Fernandez. ຂໍ້​ຕົກລົງ​ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ ລະຫວ່າງ​ບັນດາ​ບໍລິສັດ​ນ້ຳມັນ​ 2 ປະ​ເທດ ​ເພື່ອ​ຂຸດ​ຄົ້ນ​ບັນດາ​ແຫຼ່ງນ້ຳມັນ​ສະ​ສົມທີ່​ຫຼວງ​ຫຼາຍ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ Orinoco. ກ່າວຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ປະທານາທິບໍດີ Chavez ​ໃຫ້​ຮູ້​ວ່າ, ພາຍຫຼັງ​ຂໍ້​ຕົກລົງ​ນີ້​ໄດ້​ຮັບ​ການ​ລົງ​ນາມ, ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ນ້ຳມັນ, ຫົວໜ້າ​ບໍລິສັດ​ນ້ຳມັນ​ແຫ່ງ​ຊາດ Venezuela, ຈະ​ໄປ​ຍັງ Buenos Aires ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື ກັບຫົວໜ້າ​ບໍ​ລະ​ສັດ​ນ້ຳມັນ YPF ​ເຊິ່ງ​ແມ່ນບໍລິສັດ​ຫາ​ກໍ​ໄດ້​ຫັນ​ເປັນ​ລັດ​ວິ​ສາ​ຫະກິດ​ເມື​່ອ​ເດືອນ 4 ຜ່ານ​ມາ.

ຂ່າວ/ບົດ​ອື່ນ