(VOVWORLD) - ທ່ານເລຫ໋າຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ ເຫດການໄດ້ດຳເນີນກົງກັບພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງການທ່ອງທ່ຽວ ຫວຽດນາມ (9/7/1960–9/7/2025).
ພິທີຕ້ອນຮັບຜູ້ໂດຍສານທີ 350 ລ້ານ (ພາບ: nhandan.vn) |
ຕອນເຊົ້າວັນທີ 9 ກໍລະກົດ, ຢູ່ທ່າອາກາດສະຍານສາກົນ ຝຸບ່າຍ (ນະຄອນເຫ້ວ), ບໍລິສັດໃຫຍ່ ການບິນ ຫວຽດນາມ ໄດ້ຕ້ອນຮັບຜູ້ໂດຍສານທີ 350 ລ້ານ ເຊິ່ງແມ່ນຂີດໝາຍສຳຄັນໃນວິວັດການ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ(1995-2025).
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານເລຫ໋າຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ ເຫດການໄດ້ດຳເນີນກົງກັບພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງການທ່ອງທ່ຽວ ຫວຽດນາມ (9/7/1960–9/7/2025) ແລະ ໃນຂອບເຂດປີທ່ອງທ່ຽວ ແຫ່ງຊາດ 2025,
ການທ່ອງທ່ຽວ ຫວຽດນາມ ໄດ້ກາຍເປັນຂົວເຊື່ອມຕໍ່ສຳຄັນຂອງ ຫວຽດນາມ ແລະ ໂລກ, ຕິດພັນກັບພາບພົດປະເທດຊາດ, ສີສັນຊົນເຜົ່າ ແລະ ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ເມື່ອເວົ້າເຖິງການທ່ອງທ່ຽວ, ຕ້ອງເວົ້າເຖິງການຮ່ວມເດີນທາງ, ການພັດທະນາ ແລະ ບົດບາດທີ່ສຳຄັນພິເສດຂອງຂະແໜງການບິນ ຫວຽດນາມ, ພິເສດໃນນັ້ນແມ່ນກຸ່ມບໍລິສັດການບິນ ຫວຽດນາມ. Vietnam Airlines.