ລາຍປາກກາຂອງອ້າຍທະຫານໃນທຸງໄຊຊະນະ ໃນບັ້ນຮົບ ເຕິຍງວຽນ
Vinh Phong -
(VOVWORLD) -ທຸງປົດປ່ອຍຖືກປັກໃສ່ຫຼັງຄາຂອງກອງບັນຊາການທະຫານຂອງສັດຕູທີ່ນະຄອນ ບວນມາທ້ວດ ແຂວງ ດັກລັກ ໃນບັນຮົບ ເຕິຍງວຽນ ປີ 1975, ແມ່ນຮ່ອງຮອຍທີ່ລະນຶກທີ່ສັກກາລະບູຊາ ແມ່ນຄວາມເອກອ້າງທະນົງໃຈຂອງປະຫວັດສາດ ຫວຽດນາມ. ໃນທຸງຜືນນັ້ນກໍ່ມີແຖວຕົວໜັງສືພິເສດ ໂດຍອ້າຍທະຫານ
ຮວ່າງຟຸກຮຶງ ໄດ້ຈົດບັນທຶກໄວ້, ເປັນຂີດໝາຍໄຊຊະນະຂອງກອງກຳລັງ ບັກຖາຍ ໃນເວລາ 11 ໂມງເຊົ້າຂອງວັນທີ 11 ມີນາ ປີ 1945. ພາຍຫຼັງ 50 ປີ, ເລື່ອງລາວກ່ຽວກັບທຸງຜືນນັ້ນ ຍາມໃດກໍ່ຖືກນັກຮົບເກົ່າ ຮວ່າງຟຸກຮຶງ ເຕື້ອງເຖິງດ້ວຍຄວາມເປັນກຽດ
ທຸງຜືນທຳອິດຖືກປັກໃສ່ຫຼັງຄາກອງບັນຊາການ F23 ຂອງສັດຕູ |
ສຳລັບນັກຮົບເກົ່າ ຮວ່າງຟຸກຮຶງ ແລ້ວ ສິ່ງທີ່ເປັນໜ້າຈົດຈຳທີ່ສຸດ ແມ່ນການໂຈມຕີໃນບັນຮົບຂະໜາດໃຫຍ່ ເຕິຍງວຽນ ປີ 1975 ຄາວນັ້ນທ່ານເປັນຮ້ອຍໂທ ແມ່ນຮອງຫົວໜ້າການເມືອງ, ກອງພັນ 7, ກອງພັນໃຫຍ່ 149 ປັດຈຸບັນ ແມ່ນກອງພັນໃຫຍ່ 98 ກອງພົນ 316 ທະຫານເຂດ 2 ທ່ານເປັນຜູ້ບັນຊາການບຸກໂຈມກອງບັນຊາການຂອງກອງພົນ 23 ຂອງສັດຕູ ທີ່ຕັ້ງທັບຢູ່ເທດສະບານ ບວນມາທ້ວດ ແລະ ໃນການບຸກໂຈມຕີນັ້ນ, ທະຫານບົກ ຫວຽດນາມ ໄດ້ບຸກເຂົ້າສຳນັກບັນຊາຂອງສັດຕູ ແລະ ທຸງໄຊຊະນະໄດ້ປິວສະບັດ ນັກຮົບເກົ່າ ຮວ່າງຟຸກຮຶງ ຫວນຄືນວ່າ:
“ຄາວນັ້ນຂ້າພະເຈົ້າໄດ້ເຫັນເສົາທຸງໃຫຍ່ຂອງສັດຕູ ແລະ ໄດ້ເຫັນທຸງປົດປ່ອຍຂອງພວກເຮົາປິວສະບັດໃນທ່າມກາງສາຍລົມ. ເພື່ອບັນທຶກຈຸດເວລານີ້ໄວ້ ຂ້າພະເຈົ້າໄດ້ເວົ້າກັບນັກຮົບຄົນໜຶ່ງ ທີ່ເຄື່ອນທັບຮ່ວມ ໃຫ້ດຶງທຸງລົງ ແລະຂ້າພະເຈົ້າໄດ້ໃຊ້ປາກກາຂຽນບັນທຶກຢູ່ແຈເບື້ອງຂວາທາງລຸ່ມຂອງທຸງທີ່ວ່າ B2 – C1 - D7 ກອງກຳລັງ ບັກຖາຍ ໄດ້ປັກທຸງຜືນທຳອິດໃສ່ຫຼັງຄາກອງບັນຊາການ F23 ຂອງສັດຕູ ເມື່ອເວລາ 11 ໂມງເຊົ້າ ຂອງວັນທີ 11 ມີນາ ປີ 1975”.
ປັດຈຸບັນທຸງຜືນດັ່ງກ່າວ ພວມຖືກເກັບຮັກສາຢູ່ພະແນກມູນເຊື້ອ ຂອງກອງພັນໃຫຍ່ 98 ກອງພົນ 316. ເຊິ່ງໄດ້ຮັບຖືວ່າ ແມ່ນວັດຖຸທີ່ສັກກາລະບູຊາ ເປັນພະຍານຫຼັກຖານໃຫ້ແກ່ເຈດຈຳນົງຕໍ່ສູ້ຢ່າງອົງອາດກ້າແກ່ນນ້ຳໃຈຍອມເສຍສະຫຼະຊີວິດຢ່າງພິລາອາດຫານຂອງພະນັກງານນັກຮົບຂອງກອງພົນ 316 ເວົ້າລວມ ແລະ ກອງພັນໃຫຍ່ 98 ເວົ້າສະເພາະ
“ອ້າຍນ້ອງໃນກອງພັນໃຫຍ່ 98 ຍາມໃດກໍ່ພະຍາຍາມເສີມຂະຫຍາຍບັນດາວິລະກຳຂອງນັກຮົບລຸ້ນກ່ອນໆ ເພື່ອກໍ່ສ້າງກອງພັນໃຫຍ່ 98 ກາຍເປັນກອງພັນໃຫຍ່ວິລະຊົນ ໃນໄລຍະປ່ຽນແປງໃໝ່”.
“ດ້ວຍໜ້າທີ່ຂອງການປະຕິວັດ ໄດ້ຮຽກຮ້ອງໃຫ້ພະນັກງານນັກຮົບແຕ່ລະຄົນໃນກອງພັນໃຫຍ່ ຈົ່ງຕັດສິນໃຈກໍ່ສ້າງກອງພັນໃຫຍ່ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານປະກອບສ່ວນສ້າງມູນເຊື້ອຂອງກອງພັນໃຫຍ່ ໃນໄລຍະທີ່ຈະມາເຖິງ”.
ສົງຄາມໄດ້ຜ່ານພົ້ນໄປ, ອ້າຍທະຫານ ຮວ່າງຟຸກຮຶງ ສືບຕໍ່ຮັບໃຊ້ໃນຖັນແຖວກອງທັບ ແລະ ໄດ້ຖືກເລື່ອນຊັ້ນເປັນ ພັນເອກ ຮັກສາຕຳແໜ່ງຫົວໜ້າການເມືອງກອງພັນໃຫຍ່ 98 ກອງພົນ 316 ທະຫານເຂດສອງ ແລ້ວກໍ່ກາຍເປັນອາຈານສອນຢູ່ສະຖາບັນການເມືອງ. ນັກຮົບເກົ່າ ຮວ່າງຟຸກຮຶງ ເວົ້າຄວາມໃນໃຈສູ່ຟັງວ່າ:
“ຢູ່ໃນຖັນແຖວກອງທັບເປັນເວລາກວ່າ 30 ປີ, ສຳລັບຂ້າພະເຈົ້າແລ້ວ ບັນດາອະນຸສອນກ່ຽວກັບບຸກໂຈມຕີຄັ້ງຕ່າງໆ ແມ່ນເລິກເຊິ່ງທີ່ສຸດ, ບັນດາຄວາມຫຍຸ້ງຍາກລຳບາກກາກກຳ ນ້ຳໃຈເພື່ອນຮ່ວມກົມກອງໃນໄລຍະເວລານັ້ນ, ຈະບໍ່ມີວັນຫຼົງລືມໄດ້ເປັນຕົ້ນແມ່ນບັນດາສະຫາຍສູ້ຮົບຮ່ວມກັບເຮົາ ໄດ້ເສຍສະຫຼະຊີວິດ ແລະ ຫຼາຍສະຫາຍໃນປັດຈຸບັນກໍ່ຍັງບໍ່ທັນຊອກເຫັນຊາກສົບໄດ້ເທື່ອ. ກໍ່ຍ້ອນມີການເສຍສະຫຼະຊີວິດເຊັ່ນນັ້ນ, ຊາດ ຫວຽດນາມ ຈຶ່ງໄດ້ມີການດຳລົງຊີດໃນທ່າມກາງສັນຕິພາບຄືໃນວັນນີ້”.
ໄຊຊະນະໃນຈຸດເວລານັ້ນ ພ້ອມກັບບັນດາອະນຸສອນຢູ່ສະໜາມຮົບເກົ່າ ໂດຍນັກຮົບເກົ່າ ຮວ່າງຟຸກຮຶງ ໄດ້ເກັບຮັກສາໄວ້ໃນປຶ້ມບັນທຶກປະຈຳວັນ ເຊິ່ງທ່ານໄດ້ມ້ຽນໄວ້ຢ່າງລະມັດລະວັງຜ່ານເວລານັບສິບປີ. ເມື່ອເປີດປຶ້ມບັນທຶກນັ້ນໃນແຕ່ລະເທື່ອ, ການສູ້ຮົບໃນເມື່ອກ່ອນນີ້ ໄດ້ຖືກວາດພາບຄືນໃນຄວາມຊົງຈຳ ຂອງນັກຮົບເກົ່າ ຮວ່າງຟຸກຮຶງ.ໃນນັ້ນການບຸກໂຈມຕີຄັ້ງວັນທີ 11 ມີນາ ປີ 1975 ແລະ ທຸງໄຊຊະນະດ້ວຍປາຍປາກກາຂອງທ່ານຍາມໃດກໍ່ແມ່ນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້.
Vinh Phong