(ພາບປະກອບ)
ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍ 179 ສະບັບຈາກຜູ້ຟັງຫລາຍປະເທດໃນໂລກ ທີ່ສົ່ງມາ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍ 6 ສະບັບຈາກຜູ້ຟັງລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
*****
ໃນອາທິດຜ່ານມາ, ເພື່ອນ ອຸດົມໄຊ ຈັນທະວົງ, ເວຍ ວິລານາດ, ແກ້ວລາ ທອງປະເສີດ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ແອນລີ ສີຫາຈັກ ຢູ່ແຂວງ ຫລວງນ້ຳທາ ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: ຂໍແບ່ງເບົາຄວາມເສົ້າສະຫລົດໃຈຕໍ່ອຸບັດຕິເຫດເຮືອບິນ Su – 30MK2 ແລະ CASA – 212 ຕົກ ຖືນີ້ແມ່ນຄວາມເສຍຫາຍອັນໃຫຍ່ຫລວງຂອງກອງທັບປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງທີ່ສຸດເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍ່ຄືກອງທັບ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ, ພິເສດແມ່ນກັບຄອບຄົວບັນດາສະຫາຍ, ນັກຮົບທີ່ີເສຍສະຫຼະຊີວິດເພື່ອຊາດ.
+++
ເພື່ອນ ອຸດົມໄຊ ຈັນທະວົງ, ເວຍ ວິລານາດ, ແກ້ວລາ ທອງປະເສີດ ແລະ ເພື່ອນ ແອນລີ ສີຫາຈັກ ທີ່ຮັກແພງ ! ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບອົກຂອບໃຈຄວາມເອົາໃຈໃສ່ ແລະ ການແບ່ງເບົາຄວາມເສົ້າສະຫລົດໃຈຂອງພວກເພື່ອນ ທີ່ສະຫງວນໃຫ້ປະເທດຂອງພວກຂ້າພະເຈົ້າ ຕໍ່ອຸບັດຕິເຫດເຮືອບິນ Su – 30MK2 ແລະ CASA – 212 ຕົກ. ຂໍອວຍພອນໃຫ້ພວກເພື່ອນມີສຸຂະພາບແຂງແຮງ.
*****
ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ, ເພື່ອນ ເບັນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ສົ່ງຈົດໝາຍມາຍັງລາຍການໂດຍຂຽນວ່າ “ຂ້າພະເຈົ້າເປັນລູກຫຼານຊາວ ຫວຽດນາມ ທີ່ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ລາວ. ຂ້າພະເຈົ້າຄາດຄະເນວ່າ ຈະໄປຮ່ຳຮຽນຢູ່ ຫວຽດນາມ ໂດຍຜ່ານໂຄງການມອບທຶນສຶກສາໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ໄປຮຳ່ຮຽນ ຢູ່ ຫວຽດນາມ. ດັ່ງນັ້ນ ຂ້າພະເຈົ້າ ຂໍໃຫ້ທາງລາຍ ການແນະນຳເພີ່ມເຕີມກ່ຽວກັບໂຄງການມອບທຶນສຶກສາໃຫ້ລູກຫລານຊາວ ຫວຽດນາມ ອາໄສຢູ່ ລາວ. ຂໍຂອບໃຈ”
+++
ເພື່ອນ ເພັດສະຫວັນ ສົມສະນິດ ແລະ ເພື່ອນ ເບັນ ພິມມະສອນ ທີ່ຮັກແພງ ! ນີ້ແມ່ນໂຄງການຫັນສັນຍາຮ່ວມມື 2 ຝ່າຍກ່ຽວກັບການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ລັດຖະບານ ລາວ ແລະ ຫວຽດນາມ ແລະ ແຜນການຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດປີ 2015 – 2016 ລະຫວ່າງ 2 ກະຊວງສຶກສາ - ບຳລຸງສ້າງ ແລະ ກະຊວງສຶກສາ, ກິລາ ລາວ ໃຫ້ເປັນລະອຽດ. ຕາມສັນຍາຮ່ວມມື 2 ຝ່າຍກ່ຽວກັບການສຶກສາ ແລະ ບຳລຸງສ້າງລະຫວ່າງ 2 ລັດຖະບານ ລາວ ແລະ ຫວຽດນາມ, ສົກຮຽນ 2015 – 2016 ແລ້ວ, ລັດຖະບານ ຫວຽດນາມ ໄດ້ສະຫງວນໃຫ້ ລາວ 1.000 ທຶນສຶກສາ, ໃນນັ້ນມີ 30 ທຶນສະຫງວນໃຫ້ນັກຮຽນເປັນລູກຫຼານຊາວ ຫວຽດນາມ ທີ່ອາໄສຢູ່ ລາວ ລວມມີ: ຊັ້ນປະລິນຍາໂທ 3 ທຶນ, ຊັ້ນປະລິນຍາຕີ 27 ທຶນ. ໃນການປະຕິບັດງານຢູ່ ລາວ ໃນເດືອນ 09/2015, ພາຍຫລັງໄດ້ຮັບຟັງບົດລາຍງານຂອງສະຖານທູດ ຫວຽດນາມ ປະຈຳ ລາວ ກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍ 30 ທຶນສຶກສາດັ່ງກ່າວ ກໍ່ຄືຄວາມຮຽກຮ້ອງຕ້ອງການຮ່ຳຮຽນ ຢ່າງຫລວງຫລາຍຂອງຊາວ ຫວຽດນາມ ຢູ່ ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ໄດ້ຕົກລົງສະຫງວນທຶນສຶກສາເພີ່ມ 62 ທຶນໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ ທີ່ໄດ້ຈົດທະບຽນໄປຮ່ຳຮຽນຢູ່ ຫວຽດນາມ ລວມມີ: ຊັ້ນປະລິນຍາເອກ 1 ທຶນ, ຊັ້ນປະລິນຍາໂທ 2 ທຶນ ສ່ວນຍັງເຫຼືອແມ່ນຊັ້ນປະລິນຍາຕີ.
*****
ແລະໃນອີແມວສົ່ງມາລາຍການ, ເພື່ອນ ວິຊາຕີ ພົມປານຢາ ຢູ່ແຂວງ ວຽງຈັນ ຂຽນວ່າ: ສະບາຍດີບັນດາອ້າຍເອື້ອຍນ້ອງໃນລາຍການພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ vov5. ຂ້າພະເຈົ້າແມ່ນຜູ້ຟັງຄົນໃໝ່, ຂ້າພະເຈົ້າໄດ້ຮັບຟັງ ແລະ ອ່ານຂ່າວໃນເວັບໄຊ vovworld.vn ຂອງລາຍການພາກພາສາລາວ, ຂ້າພະເຈົ້າເຫັນວ່າ ຂ່າວ, ບົດມີຄວາມອຸດົມສົມບຸນ ແລະ ຫລາຍຮູບຫລາຍແບບທີ່ສຸດ ທັງດ້ານເນື້ອໃນ ແລະ ຮູບການ ເຊິ່ງໄດ້ແນະນຳທຸກຂົງເຂດເຊັ່ນເສດຖະກິດ - ການເມືອງ, ວັດທະນະທຳ, ສັງຄົມ ກໍ່ຄືຂ່າວສາກົນ. ໂດຍແມ່ນຜູ້ຟັງໃໝ່ຂອງລາຍການ ຂ້າພະເຈົ້າຢາກຮູ້ແຈ້ງກ່ວາອີກ ກ່ຽວກັບເວລາອອກອາກາດຂອງລາຍການ, ເພື່ອສ້າງຄວາມສະດວກໃຫ້ຂ້າພະເຈົ້າໃນການຕິດຕາມລາຍການ, ຂໍຂອບໃຈ.
+++
ເພື່ອນ ເຈື່ອງ ທີ່ຮັກແພງ! ລາຍການ ກະຈາຍສຽງພາກພາສາລາວອອກອາກາດໃນລະບົບ AM ຄື້ນ 7285 KHz ເວລາ 18 ໂມງ - 19 ໂມງ; ແລະ ຄື້ນ 1242 KHz ໃນເວລາ 20 ໂມງ 30 - 21 ໂມງ 30. ນອກນັ້ນຍັງອອກອາກາດລະບົບ FM ຄື້ນ 105,5 MHz ໃນເວລາ 14 ໂມງ - 14 ໂມງ 30 ເພື່ອຮັບໃຊ້ໃຫ້ແກ່ວົງຄະນາຍາດຊາວລາວທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ແລະຊາວຫວຽດນາມຮູ້ພາສາລາວ. ກໍ່ສາມາດຮັບຟັງໄດ້ຢູ່ຮ່າໂນ້ຍ, ກວາງນິງ, ນະຄອນໂຮ່ຈີມິນ ແລະ ບັນດາເຂດອ້ອມຂ້າງ. ເພື່ອຢາກຮູ້ລະອຽດ ເຊີນເພື່ອນເຂົ້າເວັບໄຊ vovworld - ສ່ວນແນະນຳດ້ວຍພາສາ ລາວ.
*****
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.