ທ່ານຫງວຽນດັງຕ້ຽນ, ຜູ້ອຳນວຍການໃຫຍ່ VOV
|
ຂໍຮຽນທ່ານຜູ້ຟັງຜູ້ອ່ານຊາວຕ່າງປະເທດ ແລະ ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ນັບຖື ແລະ ຮັກແພງ !
ປີ 2013 ຫາກໍຜ່ານໄປ, ປະເທດຊາດຫວຽດນາມສືບຕໍ່ກ້າວເດີນບົນເສັ້ນທາງແຫ່ງການເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ໄດ້ສ້າງຂີດໝາຍທີ່ສຳຄັຍກ່ຽວກັບບັນດາເຫດການຢູ່ພາຍໃນປະເທດ ແລະ ກັບເພື່ອນມິດສາກົນ. ສະພາບການດ້ານການເມືອງ, ເສດຖະກິດໂລກມີການຫັນປ່ຽນ, ສັບສົນຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນໄວ້ລວງໜ້າ. ໃນສະພາບເສດຖະກິດທີ່ຍັງປະສົບກັບຄວາມຫຍຸ້ງຍາກນັ້ນ: ຫວຽດນາມໄດ້ປະຕິບັດຈຸດໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ, ຮັກສາການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງຢ່າງສຳເລັດຜົນ. ດ້ວຍບັນດາມາດຕະການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ໄພເງິນເຟີ້ໃນປີ 2013 ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳສຸດໃນຮອບ 10 ປີຜ່ານມາຄື 6,04%; ການເຕີບໂຕເສດຖະກິດບັນລຸ 5,42 %. ເສດຖະກິດໃນທ້າຍປີໄດ້ຟື້ນຕົວຄືນ.
ປີ 2013 ແມ່ນປີທີ່ຫວຽດນາມປະສົບຜົນສຳເລັດໃນການດຶງດູດເງິນລົງທຶນຈາກຕ່າງປະເທດດ້ວຍຕົວເລກ 21,6 ຕື້ USD , ເພີ່ມຂຶ້ນ 54,5 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ . ວົງເງິນສົ່ງອອກໃນປີ 2013 ຍັງຄົງສືບຕໍ່ແມ່ນຈຸດທີ່ສະຫວ່າງສະໄຫວດ້ວຍຍອດວົງເງິນບັນລຸ 132,2 ຕື້ USD, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ປີ 2012. ຈຳນວນເງິນຕາຕ່າງປະເທດບັນລຸຕົວເລກ 11 ຕື້ USD.
ໂດຍປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົາຕົນເອງ, ເປີດກ້ວາງ, ຫັນເປັນຫຼາຍຝ່າຍຫຼາຍຮູບຫຼາຍແບບ, ເຊື່ອມໂຍງເຂົ້າກັບສາກົນ, ປີ 2013, ການທູດຫວຽດນາມໄດ້ບັນລຸຫຼາຍຜົນງານທີ່ສຳຄັນ, ສ້າງສະພາບແວດລ້ອມສາກົນທີ່ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມື, ພັດທະນາ, ປະກອບສ່ວນປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ຫວຽດນາມໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບຫຼາຍປະເທດພັດທະນາໃນໂລກ, ໃນນັ້ນມີຄົບ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມກໍມານະພະຍາຍາມພ້ອມກັບບັນດາປະເທດພາຄີອື່ນໆ ສ້າງປະຊາຄົມອາຊຽນ. ຫວຽດນາມກໍໄດ້ຮັບເລືອກຕັ້ງດ້ວຍບັດສະໜັບສະໜູນສູງສຸດເຂົ້າເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ; ໄດ້ຮັບເລືອກຕັ້ງເປັນປະທານສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ, ແລະ ເປັນສະມາຊິກຄະນະກຳມາທິການມໍລະດົກໂລກ UNESCO. ການພົວພັນດ້ານການເມືອງ, ການທູດທີ່ດີງາມກັບບັນດາປະເທດໃນໂລກ,ໄດ້ສ້າງເງື່ອນໄຂສະດວກເພື່ອຜູກຮັດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 4 ລ້ານກ່ວາຄົນ ພວມອວາຍໜ້າສູ່ປະເທດຊາດ.
ປີ 2013,ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນໝູ່ຜູ້ຟັງ ແລະ ມວນຊົນຢູ່ພາຍໃນປະເທດ, ຊຶ່ງໄດ້ແຜ່ລາມອອກສູ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ. ບັນດາຂໍ້ມູນຂ່າວສານໄດ້ຖືກສົ່ງໄວ, ຊັດເຈັນ, ຮອບດ້ານ, ຫຼາຍຮູບຫຼາຍສີ, ອຸດົມສົມບູນຜ່ານບັນດາປະເພດສື່ມວນຂົນຄື : ລາຍການກະຈາຍສຽງ, ໂທລະພາບ, ໜັງສືພິມ, ໜັງສືພິມເອເລກໂຕນິກຂອງວິທະຍຸກະຈາຍສຽງຫວຽດນາມ. ການດຳລົງຊີວິດທີ່ຟົດຟື້ນຂອງປະເທດຊາດ ແລະ ຊາວຫວຽດນາມ, ພາບພົດສັງລວມກ່ຽວກັບຊີວິດການເມືອງ, ເສດຖະກິດ, ວັດທະນະທຳສັງຄົມທຸກດ້ານຂອງຫວຽດນາມໄດ້ຖືກສ່ອງແສງຢ່າງຮອບດ້ານ, ເລິກເຊິ່ງ, ມີຊີວິດຊີວາຜ່ານບັນດາລາຍການຂອງວິທະຍຸກະຈາຍສຽງຫວຽດນາມ. ບັນດາເວັບໄຊ www.vovworld.vn ; www.vov.vn ແລະ www.radiovietnam.vn ໄດ້ກາຍເປັນສູນຂໍ້ມູນຂ່າວສານທີ່ໄວ້ວາງໃຈ ຂອງບັນດາຜູ້ຟັງ, ຜູ້ອ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ ເມືອ່ຊອກຮູ້ຂ່າວຄາວເປັນຈິງກ່ຽວກັບປະເທດຫວຽດນາມ. ບັນດາທ່ານຜູ້ຟັງສາມາດຮັບຟັງບັນດາລາຍການກະຈາຍສຽງທັງໝົດຂອງວິທະຍຸກະຈາຍສຽງຫວຽດນາມ, ຂອງ 63 ແຂວງ ແລະ ນະຄອນໃນທົ່ວປະເທດ ດ້ວຍ 11 ພາສາຕ່າງປະເທດ, ພາສາຫວຽດ ແລະ 12 ພາສາຊົນເຜົ່າ. ໃນບັນດາເວັບໄຊຂອງ ວິທະຍຸກະຈາຍສຽງຫວຽດນາມ, ບັນດາຜູ້ຟັງ, ຜູ້ອ່ານ, ຜູ້ຊົມສາມາດຮັບຊົມລາຍການໂທລະພາບ, ອ່ານຂ່າວໃນໜັງສືພິມເອເລກໂຕນິກ, ແລະສາມາດຟັງຄືນບັນດາລາຍການທີ່ຊົມຊອບ ແລະ ຊອກຫາບັນດາຂໍ້ມູນຂ່າວສານທີ່ນຳມາເຊິ່ງຜົນປະໂຫຍດ.
ກ້າວເຂົ້າສູ່ປີໃໝ່ ຄ.ສ 2014, ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່ຢ່າງຮອບດ້ານ, ມີຊີວິດຊີວາດ້ວຍຄວາມຫວັງໃຫ້ສຽງຫວຽດນາມສົ່ງໄປໄກກ່ວາ, ໃນຂອບເຂດກ້ວາງຂວາງກ່ວາເຖິງເພື່ອນມິດໃນທົ່ວໂລກ, ເຮັດໃຫ້ພໍ່ແມ່ພີນ້ອງຢູ່ແດນໄກເພີ່ມຄວາມອົບອຸ່ນຂຶ້ນ.
ເນື່ອງໃນໂອກາດກ້າວເຂົ້າສູ່ປີໃໝ່, ໂດຍຕາງໜ້າບັນດາພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກເຕັກນິກ ແລະ ນັກສິລະປີນຂອງວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າຂໍອວຍພອນທ່ານຜູ້ຟັງ,ຜູ້ອ່ານ,ຜູ້ຊົມຊາວຕ່າງປະເທດ ແລະ ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຈະເລີນ ແລະ ຜາສຸກ.