ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 387 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 13 ສະບັບຈາກທ່ານຜູ້ຟັງຢູ່ລາວ ແລະ ຫວຽດນາມ ຄື: ເພື່ອນ ວັນລິດາ ວິໄລສຸກ ຢູ່ແຂວງ ໄຊສົມບູນ, ເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ, ເພື່ອນ ແສງດາວົງ ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຫວຽດນາມ…
ໜອງ ຮ່ວານກ໊ຽມ ຮ່າໂນ້ຍ
(ພາບປະກອບອີນເຕີແນັດ)
|
ເພື່ອນ ວັນລິດາ ວິໄລສຸກ ຢູ່ແຂວງ ໄຊສົມບູນ, ເພື່ອນ ວົງຄຳ ຢູ່ແຂວງ ອຸດົມໄຊ, ເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ, ໄດ້ສົ່ງຂໍຄວາມຜ່ານທາງ Facebook ມາຫາລາຍການ ອວຍພອນບຸນປີໃໝ່ສາກົນ 2021 ແລະ ແບ່ງປັນຄວາມຮູ້ສຶກຂອງຕົນຕໍ່ລາຍການພາກພາສາລາວ VOV5. ໃນນັ້ນ, ເພື່ອນ ວັນລິດາ ວິໄລສຸກ ໃຫ້ຮູ້ວ່າ: “ກ້າວເຂົ້າສູ່ປີ 2021, ຂ້າພະເຈົ້າຫວັງວ່າ, ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ມີບົດຂຽນຫຼາຍບົດທີ່ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ , ຊ່ວຍໃຫ້ເພື່ອນມິດຢູ່ 5 ທະວີບມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫວຽດນາມ”.
ເພື່ອນ ວົງຄຳ ຢູ່ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: “ຂໍຂອບໃຈບັນນາທິການຂອງລາຍການທຸກຄົນ ທີ່ໄດ້ມານະພະຍາຍາມຂຽນຂ່າວ, ບົດມ່ວນໃນປີ 2020. ໃນສະພາບປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ ໂຄວິດ-19 ທີ່ໄດ້ສົ່ງຜົນສະທ້ອນຫຼາຍຢ່າງເຖິງການດຳລົງຊີວິດ, ແຕ່ພວກເພື່ອນຍັງອອກຂ່າວຢ່າງຄົບຖ້ວນ, ມີບັນດາບົດຂຽນທີ່ມີສີສັນຫຼາກຫຼາຍ. ສະນັ້ນ, ຂ້າພະເຈົ້າໄດ້ສະຫຼະເວລາຕິດຕາມຮັບຟັງ, ອ່ານຂ່າວໃນເວັບໄຊເປັນປະຈຳ. ໃນປີ 2021, ຂ້າພະເຈົ້າຈະມານາພະຍາຍາມຕິດຕໍ່ກັບລາຍການໃຫ້ຫຼາຍກວ່າອີກ. ເນື່ອງໃນໂອກາດປີໃໝ່ສາກົນ, ຂໍອວຍພອນໃຫ້ພວກເພື່ອນມີຄວາມມ່ວນຊື່ນ, ມີສຸຂະພາບເຂັ້ມແຂງ ແລະ ຜາສຸກ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ”.
ສ່ວນເພື່ອນ ຈະເລີນສຸກ ໄດ້ແບ່ງປັນວ່າ: “ເນື່ອງໃນໂອກາດປີໃໝ່ 2021, ຂໍອວຍພອນໃຫ້ VOV ຈະນັບມື້ນັບພັດທະນາ. ຂໍອວຍພອນໃຫ້ພະນັກງານ, ບັນນາທິການ ແລະ ທ່ານຜູ້ຟັງທຸກໆທ່ານຈົ່ງຢູ່ເຢັນເປັນສຸກ, ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.”
ງານຕະຫຼາດນັດລະດູບານໃໝ່ຢາງຫວໍ 2021
(ພາບ: hoichoxuan.vefac.vn)
|
ເພື່ອນ ແສງດາວົງ, ນັກສຶກສາລາວ ທີ່ພວມຮຽນປີທີ 1 ຢູ່ສະຖາບັນທະນາຄານ ໄດ້ສົ່ງຂໍຄວາມຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ: ຍ້ອນສະພາບໂລກລະບາດຍັງຜັນແປສັບສົນ, ບຸນເຕັດຂອງຫວຽດນາມ ໃນປີ 2021 ນີ້ນັກສຶກສາລາວ ຫຼາຍຄົນທີ່ພວມຮ່ຳຮຽນຢູ່ຫວຽດນາມ ຈະບໍ່ກັບເມືອບ້ານ. ພວກຂ້າພະເຈົ້າຄາດວ່າຈະໄດ້ຊື້ເຄື່ອງກິນ, ເຄື່ອງໃຊ້ຕ້ອນຮັບບຸນເຕັດ. ໃນເດືອນ ມັງກອນ ນີ້ຢູ່ຮ່າໂນ້ຍ ມີແຜນການຈັດງານບຸນ ຫຼື ງານຕະຫຼາດນັດອາຫານການກິນໃດແດ່ບໍ່? ຂໍໃຫ້ທາງລາຍການແນະນຳໃຫ້ແດ່.
ເພື່ອນ ແສງດາວົງ ທີ່ຮັກແພງ! ຕາມຂໍ້ມູນເຊິ່ງພວກຂ້າພະເຈົ້າໄດ້ຮູ້ມານັ້ນ, ນັບແຕ່ວັນທີ 02-08 ກຸມພາ 2021 ນີ້, ຢູ່ຫໍວັດທະນະທຳມິດຕະພາບ ຫວຽດ - ໂຊ, ເລກທີ 91, ຖະໜົນ ເຈິ່ນຮຶງດ້າວ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ ຈະຈັດງານຕະຫຼາດນັດລະດູບານໃໝ່ຢາງຫວໍ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຊື້ເຄື່ອງຂອງໃຫ້ແກ່ປະຊາຊົນເນື່ອງໃນໂອກາດບຸນເຕັດປີສະຫຼູ 2021. ງານຕະຫຼາດນີ້ຈະມີຮ້ານວາງສະແດງປະມານ 400 ຮ້ານ ທີ່ມາຈາກວິສາຫະກິດ, ຮາກຖານການຜະລິດ, ດຳເນີນທຸລະກິດກວ່າ 350 ແຫ່ງ ຂອງ 30 ແຂວງນະຄອນໃນທົ່ວປະເທດ ຈາກພາກເໜືອ, ພາກກາງ, ເຂດໄຕງວຽນ, ເຂດທາງທິດຕາເວັນອອກ, ທິດຕາເວັນຕົກພາກໃຕ້ຫວຽດນາມ ເຂົ້າຮ່ວມ. ຢູ່ງານຕະຫຼາດນັດນີ້, ມີຮ້ານວາງສະແດງສິນຄ້າທີ່ເປັນເອກະລັກສະເພາະທີ່ມາຈາກຫຼາຍເຂດ, ພາກໃນທົ່ວປະເທດຫວຽດນາມ ເພື່ອໃຫ້ປະຊາຊົນສັ່ງຊື້, ນຳໃຊ້ໃນໂອກາດບຸນເຕັດ. ທີ່ງານຕະຫຼາດນັດຄັ້ງນີ້, ຍັງຈະດຳເນີນການເຄື່ອນໄຫວວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍເຂດດິນແດນ ທັງລອງ ແລະ ບັນດາເຂດບ້ານນາທາງພາກເໜືອອີກດ້ວຍ.
ເພື່ອນ ແສງດາວົງ, ທີ່ຮັກແພງ, ຫວັງວ່າດວ້ຍບັນດາຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບງານຕະຫຼາດນັດນີ້. ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ເພື່ອນຮັບຊີມບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ແຕ່ລະເຂດພາກຂອງຫວຽດນາມ.
ເພື່ອນ ຈັນບົວທອງ, ນັກສຶກສາລາວ ພວມຮຽນພາສາຫວຽດ ຢູ່ໂຮງຮຽນມິດຕະພາບ T78, ເຊີນໄຕ, ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມມາຍັງລາຍການໂດຍຖາມວ່າ: ໃນໂອກາດບຸນເຕັດຂອງຫວຽດນາມ, ຂ້າພະເຈົ້າຈະໄປຊອກຮູ້ກ່ຽວກັບບັນດາຮີດຄອງປະເພນີ, ກໍຄືວັດທະນະທຳຂອງຫວຽດນາມ. ຂ້າພະເຈົ້າຢາກຮູ້ວ່າ, ໃນເດືອນ 1 ໄລ່ຕາມຈັນທະປະຕິທິນ ປີ 2021 ນັ້ນ ຢູ່ຮ່າໂນ້ຍ ຈະຈັດງານບຸນໃດແດ່ບໍ່?
ເພື່ອນ ຈັນບົວທອງ ທີ່ຮັກແພງ, ໃນເດືອນ 1 ໄລ່ຕາມຈັນທະປະຕິທິນ ປີ 2021, ຢູ່ຮ່າໂນ້ຍ ຈະຈັດບາງງານບຸນທີ່ພົ້ນເດັ່ນຄື:
+ ງານບຸນວັດ ໂບ໊ຍເກ: ດຳເນີນໃນວັນທີ 02 ເດືອນ 1 (ໄລ່ຕາມຈັນທະປະຕິທິນ), ຢູ່ຕາແສງ ຕາມຮືງ, ເມືອງ ແທັງອວຍ, ຮ່າໂນ້ຍ. ງານບຸນແມ່ນເພື່ອແນໃສ່ອາໄລຫາພະພຸດທະເຈົ້າ, ອາຈານ ທັງເປັນໝໍຜີ ຫງວຽນບິ່ງອານ (ສະຕະວັດທີ 14). ໃນງານບຸນຍັງມີການເຄື່ອນໄຫວຄື: ພິທີແຫ່ນ້ຳ, ສົງນ້ຳພະ, ພາຍເຮືອຈັບເປັດ, ໝາກຮຸກຈີນ, ຂັບ ແຈ່ວ…
+ ງານບຸນບ້ານ ເກ໊ເທື້ອງ: ດຳເນີນໃນວັນທີ 03 – 07 ເດືອນ 1 (ໄລ່ຕາມຈັນທະປະຕິທິນ), ຢູ່ຕາແສງ ເຊີນດ່າ, ເມືອງ ບາວີ, ຮ່າໂນ້ຍ. ງານບຸນນີ້ແມ່ນເພື່ອອາໄລຫາ, ບູຊາພະອໍລະຫັນ ຕານວຽນເຊີນ (ລູກເຂີຍຂອງເຈົ້າຊີວິດ ຮຸ່ງ).
+ ງານບຸນ ດົ໊ງດາ: ດຳເນີນໃນວັນທີ 05 ເດືອນ 1 (ໄລ່ຕາມຈັນທະປະຕິທິນ), ຢູ່ບ້ານ ກໍດົ໊ງດາ, ເມືອງ ດົ໊ງດາ, ຮ່າໂນ້ຍ, ອາໄລຫາຄຸນງາມຄວາມດີຂອງເຈົ້າຊີວິດ ກວາງຈູງ. ໃນງານບຸນໄດ້ຈັດການແຫ່ມັງກອນ ທັງລອງ.
+ ງານບຸນວັດ ໂວ: ດຳເນີນໃນລະຫວ່າງວັນທີ 05 – 09 ເດືອນ 1 (ໄລ່ຕາມຈັນທະປະຕິທິນ), ຢູ່ບ້ານ ໂຟເຫ້ວ, ເມືອງ ຮາຍບ່າຈຶງ, ນະຄອນຮ່າໂນ້ຍ, ບູຊາອໍລະຫັນ ເດ໊ທິ໊ກ. ຈຸດທີ່ເປັນເອກະລັກຂອງງານບຸນນີ້ແມ່ນ ແຂ່ງໝາກຮຸກຄົນ.
+ ງານບຸນວັດເຮືອງ: ດຳເນີນໃນວັນທີ 06 ເດືອນ 1 ຈົນໄປຮອດທ້າຍເດືອນ 3 (ໄລ່ຕາມຈັນທະປະຕິທິນ), ຢູ່ຕາແສງ ເຮືອງເຊີນ, ເມືອງ ມີ້ດຶກ, ຮ່າໂນ້ຍ. ຢູ່ນີ້ໄດ້ບູຊາເຈົ້າແມ່ກວນອິນ ເພື່ອພາວະນາຂໍຄວາມຢູ່ເຢັນເປັນສຸກ.
+ ງານບຸນ ໂກ໋ລວາ: ດຳເນີນໃນລະຫວ່າງວັນທີ 06-15 ເດືອນ 1 (ໄລ່ຕາມຈັນທະປະຕິທິນ), ຢູ່ເມືອງ ດົງແອັງ, ຮ່າໂນ້ຍ, ງານບຸນບູຊາເຈົ້າຊີວິດ ອານເຢືອງເວືອງ.